ສື່ມ​ວ​ນ​ຊົນ ສ​ປ​ປ.ເກົາຫຼີ ​ຮ​ຽກ​ຮ້ອງ ສ.ເກົາຫຼີ​ ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງລະ​ຫວ່າງ ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ

(VOVWORLD) - ບົດ ສະແດງຄວາມຄິດເຫັນທີ່ໄດ້ເອົາລົງໃນໜັງສືພິມ Rodong Sinmunໄດ້ຕຳໜິຕິຕຽນເຊີອຸນ ກ່ຽວກັບຄວາມຄືບໜ້າທີ່ຊັກຊ້າໃນການປະຕິບັດບັນດາໂຄງການຂ້າມຊາຍແດນ, ພ້ອມທັງ ເຈາະຈົງວ່າ ຄວາມເປັນໄປໄດ້ມີໜ້ອຍທີ່ສຸດທີ່ ພຽງຢາງຈະກັບຄືນສູ່ການເຈລະຈາພາຍຫຼັງຈົນຕາແຈມາເປັນເວລາຫຼາຍເດືອນໃນການເຈລະຈາກັບ ອາເມລິກາ.
ສື່ມ​ວ​ນ​ຊົນ ສ​ປ​ປ.ເກົາຫຼີ ​ຮ​ຽກ​ຮ້ອງ ສ.ເກົາຫຼີ​ ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງລະ​ຫວ່າງ ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ - ảnh 1ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ແລະ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ (ພາບ: AFP/TTXVN)

ວັນທີ 13 ມິຖຸນາ, ໜັງສືພິມ Rodong Sinmun - ອົງການກະບອກສຽງຂອງພັກແຮງງານ ສປປ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ ສ.ເກົາຫຼີ ປະຕິບັດບັນດາຂໍ້ຕົກລົງເຊິ່ງບັນດາການນຳສອງປະເທດບັນລຸໄດ້ໃນບັນດາກອງປະຊຸມສຸດຍອດຫວ່າງມໍ່ໆມານີ້. ໜັງສືພິມນີ້ໄດ້ເນັ້ນໜັກວ່າ: ນັບມື້ນັບມີບັນດາຫາງສຽງຮຽກຮ້ອງໃຫ້ເພີ່ມທະວີບັນດາມາດຕະການອັນແທດຈິງເພື່ອປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ບົດ ສະແດງຄວາມຄິດເຫັນທີ່ໄດ້ເອົາລົງໃນໜັງສືພິມ Rodong Sinmunໄດ້ຕຳໜິຕິຕຽນເຊີອຸນ ກ່ຽວກັບຄວາມຄືບໜ້າທີ່ຊັກຊ້າໃນການປະຕິບັດບັນດາໂຄງການຂ້າມຊາຍແດນ, ພ້ອມທັງ ເຈາະຈົງວ່າ ຄວາມເປັນໄປໄດ້ມີໜ້ອຍທີ່ສຸດທີ່ ພຽງຢາງຈະກັບຄືນສູ່ການເຈລະຈາພາຍຫຼັງຈົນຕາແຈມາເປັນເວລາຫຼາຍເດືອນໃນການເຈລະຈາກັບ ອາເມລິກາ. ຂ່າວດັ່ງກ່າວໄດ້ເນັ້ນໜັກວ່າ: “ບໍ່ວ່າໃຜຢາກປັບປຸງການພົວພັນລະຫວ່າງສອງພາກເກົາຫຼີ ເໜືອ - ໃຕ້, ສ້າງສັນຕິພາບຢູ່ແຫຼມເກົາຫຼີ ແລະ ວັດທະນາຖາວອນລວມຂອງປະຊາຄົມທີ່ມີເຊື້ອຊາດດຽວກັນກໍ່ຕ້ອງມີຫຼັກໝັ້ນ ແລະ ທ່າທີຢ່າງຖືກຕ້ອງຕໍ່ບັນດາຄຳຖະແຫຼງເໜືອ - ໃຕ້ ແລະ ຕ້ອງສະແດງເຈດຈຳນົງປະຕິບັດມັນດ້ວຍການກະທຳທີ່ແທດຈິງ, ຫາກບໍ່ແມ່ນເວົ້າຊື່ໆແຕ່ປາກ.”

ຕອບກັບ

ຂ່າວ/ບົດ​ອື່ນ