ສື່ມວນຊົນ ສປປ.ເກົາຫຼີ ໃຫ້ຂ່າວກ່ຽວກັບການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ Ri Yong-ho ກັບທ່ານປະທານປະເທດ ຈີນ

(VOVWORLD) - ວັນທີ 09 ທັນວາ, ສື່ມວນຊົນ ສປປ.ເກົາຫຼີ ໄດ້ໃຫ້ຂ່າວກ່ຽວກັບບັນດາການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫລີ Ri Yong-ho ກັບທ່ານປະທານປະເທດ ຈີນ ສີຈິ້ນຜີງ ກໍ່ຄືການພົບປະກັບຄູ່ຕຳແໜ່ງ ຫວາງອີ ໃນການຢ້ຽມຢາມ ປັກກິງ ຜ່ານມາ. 
ສື່ມວນຊົນ ສປປ.ເກົາຫຼີ ໃຫ້ຂ່າວກ່ຽວກັບການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ Ri Yong-ho ກັບທ່ານປະທານປະເທດ ຈີນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫລີ Ri Yong-ho  ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜີງ (ພາບ: THX/TTXVN)

ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລະ ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານ ສປປ.ເກົາຫຼີ ແລ້ວ, ໃນການຢ້ຽມຢາມ ຈີນ, ທ່ານລັດຖະມົນຕີການຕ່າງປະເທດ Ri Yong-ho ໄດ້ມີການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜີງ ໃນວັນທີ 07 ທັນວາ. ທີ່ການພົບປະ, ທ່ານປະທານປະເທດ ຈີນ ໄດ້ຢືນຢັນຄືນໃໝ່ ການພົວພັນໝັ້ນຄົງ 2 ຝ່າຍກັບ ພຽງຢາງ, ຕາມນັ້ນແລ້ວ, ທ່ານ ສີຈິ້ນຜີງ ຊີ້ແຈ້ງວ່າ: ທ່ານຖືການພົວພັນ ພຽງຢາງ - ປັກກິງ “ແມ່ນສຳຄັນທີ່ສຸດ” ແລະ ເນັ້ນໜັກວ່າ “ຫຼັກການນະໂຍບາຍຢຶດໝັ້ນ” ຂອງລັດຖະບານ ແລະ ພັກກອມມູນິດ ຈີນ ແມ່ນພັດທະນາການພົວພັນນີ້ກ່ວາອີກ.

        ທ່ານ Ri Yong-ho ຢ້ຽມຢາມ ຈີນ ແຕ່ວັນທີ 06-08 ທັນວາ ຕາມຄຳເຊີນຂອງທ່ານ ຫວາງອີ, ກຳມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ