ສື່ມວນຊົນ ສ.ເຊັກໂກ ຕັ້ງຄວາມຫວັງຕໍ່ໝາກຜົນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Petr Fiala

(VOVWORLD) - ໄປພ້ອມກັບທ່ານນາຍົກລັດຖະມົນຕີ Petr Fiala ຈະມີຜູ້ຕາງໜ້າຂອງ 30 ກຸ່ມບໍລິສັດ ແລະ ບໍລິສັດໃຫຍ່ຂອງ ສ.ເຊັກໂກ ໃນຂົງເຂດຕ່າງໆ
ສື່ມວນຊົນ ສ.ເຊັກໂກ ຕັ້ງຄວາມຫວັງຕໍ່ໝາກຜົນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Petr Fiala - ảnh 1ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala
(ພາບ: AFP/TTXVN)

        ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 20-22 ເມສາ. ສື່ມວນຊົນ ແລະ ວົງການເຈົ້າໜ້າທີ່ສ.ເຊັກໂກ ລ້ວນແຕ່ຕີລາຄາສູງການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ Petr Fiala, ພ້ອມທັງຕັ້ງຄວາມຫວັງຕໍ່ບັນດາໝາກຜົນທີ່ແທດຈິງ, ພິເສດແມ່ນຄວາມສາມາດເພີ່ມທະວີການຮ່ວມມືດຳເນີນທຸລະກິດ ແລະ ກາລະໂອກາດໃຫ້ບັນດາວິສາຫະກິດຂອງ ສ.ເຊັກໂກ.

        ໜັງສືພິມ “ຂໍ້ມູນຂ່າວວິສາຫະກິດ” ຂອງ ສ.ເຊັກໂກ ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານສະຫະພັນການຄ້າ ສ.ເຊັກໂກ Vladimir Dlouhy ໃຫ້ຮູ້ວ່າ: ໄປພ້ອມກັບທ່ານນາຍົກລັດຖະມົນຕີ Petr Fiala ຈະມີຜູ້ຕາງໜ້າຂອງ 30 ກຸ່ມບໍລິສັດ ແລະ ບໍລິສັດໃຫຍ່ຂອງ ສ.ເຊັກໂກ ໃນຂົງເຂດຕ່າງໆ, ຄື: ເຕັກນິກ, ຜະລິດເຕັກໂນໂລຊີເຮືອບິນ, ອາວຸດ… ບັນດາຜູ້ແທນວິສາຫະກິດ ສ.ເຊັກໂກ ຈະພົບປະກັບຜູ້ຕາງໜ້າບັນດາບໍລິສັດຂອງ ຫວຽດນາມ ຢູ່ ຮ່າໂນ້ຍ ແລະ ເຮັດວຽກຢູ່ແຂວງ ກວາງນິງ. ໃນນັ້ນ, ກວາງນິງ ແມ່ນທ້ອງຖິ່ນເຊິ່ງບໍລິສັດຜະລິດລົດໂອໂຕມີຊື່ສຽງຂອງ ສ.ເຊັກໂກ, Skoda Auto, ລົງທຶນກໍ່ສ້າງໂຮງງານປະກອບ. ຄາດວ່າ, ທ່ານນາຍົກລັດຖະມົນຕີ Petr Fiala ຈະເຊົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານແຫ່ງທີ 7 ນີ້.

        ສ່ວນເວັບໄຊ Vietnamskelisty.cz (ໂດຍສະຫະພາບເອີລົບ ປົກປ້ອງ) ຕີລາຄາວ່າ ຫວຽດນາມ ແມ່ນປະເທດສ້າງຄວາມດຶງດູດຕໍ່ວິສາຫະກິດ ສ.ເຊັກໂກ ດ້ວຍຫຼາຍກາລະໂອກາດດຳເນີນທຸລະກິດໃນຂົງເຂດແຕກຕ່າງກັນ.

        ໃນບົດຂຽນທີ່ລົງພິມໃນ “ວາລະສານລັດຖະສະພາ” ຂອງ ສ.ເຊັກໂກ, ທ່ານ Marcel Winter, ປະທານກິຕິມະສັກສະມາຄົມມິດຕະພາບ ສ.ເຊັກໂກ - ຫວຽດນາມ ຕີລາຄາວ່າ, ຫວຽດນາມ ແມ່ນປະຕູເຂົ້າ ອາຊີ ສຳລັບບັນດາວິສາຫະກິດ ສ.ເຊັກໂກ. ສະນັ້ນ, ບັນດາວິສາຫະກິດ ສ.ເຊັກໂກ ຈະມີກາລະໂອກາດຢ່າງໃຫຍ່ຫຼວງຢູ່ ຫວຽດນາມ ແລະ ຕ້ອງຊຸກຍູ້ໂຄສະນາຢູ່ຕະຫຼາດມີພົນລະເມືອງ 100 ລ້ານຄົນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ