ສື່ມວນ​ຊົນ ອັງ​ກິດ ຄາດ​ຄະ​ເນ​ວ່າ ຂະ​ແໜງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແຮງ ຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຫວຽດນາມ ອາດຈະແມ່ນສະຖານທີ່ທ່ອງທ່ຽວແຖວໜ້າ ໃນໄລຍະຫຼັງໂລກລະບາດໂຄວິດ - 19 ຍ້ອນຍຸດທະສາດຮັບມືກັບໂລກລະບາດໄດ້ເປັນຢ່າງດີພໍສົມຄວນ.
ສື່ມວນ​ຊົນ ອັງ​ກິດ ຄາດ​ຄະ​ເນ​ວ່າ ຂະ​ແໜງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແຮງ ຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ໝູ່ເກາະ ກາດບ່າ (ພາບປະກອບ: TTXVN)

ຕາມເວັບໄຊ yourlocalguardian.co.uk ຂອງ ອັງກິດ, ວັນທີ 8 ກຸມພາ ໄດ້ເອົາລົງບົດຂຽນ ໂດຍຖືວ່າ ຫວຽດນາມ ອາດຈະແມ່ນສະຖານທີ່ທ່ອງທ່ຽວແຖວໜ້າ ໃນໄລຍະຫຼັງໂລກລະບາດໂຄວິດ - 19 ຍ້ອນຍຸດທະສາດຮັບມືກັບໂລກລະບາດໄດ້ເປັນຢ່າງດີພໍສົມຄວນ.

        ຕາມເວັບໄຊດັ່ງກ່າວແລ້ວ, ມີ 4 ສາຍເຫດເຮັດໃຫ້ ຫວຽດນາມ ຈະກາຍເປັນສະຖານທີ່ທ່ອງທ່ຽວ ມີຫຼາຍຄົນຈະເລືອກເຟັ້ນ ຫຼັງໄລຍະໂລກລະບາດ. ທີໜຶ່ງແມ່ນ ຫວຽດນາມ ມີການເຄື່ອນໄຫວຢ່າງວ່ອງໄວ ແລະ ຂາດຂັ້ນ ໃນການຮັບມືກັບໂລກລະບາດໂຄວິດ - 19. ດັ່ງນັ້ນ, ພື້ນຖານເສດຖະກິດຂອງ ຫວຽດນາມ ພວມໄດ້ຮັບການຟື້ນຟູໄວກວ່າ ເມື່ອທຽບໃສ່ປະເທດອື່ນໆ. ທີສອງແມ່ນ ປັດຈຸບັນ, ຫວຽດນາມ ຍັງປິດປະຕູຊາຍແດນສຳລັບແຂກທ່ອງທ່ຽວຕ່າງປະເທດ. ທີສາມແມ່ນ ຜົນງານໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ແລະ ຫວຽດນາມ ກາຍເປັນປະເທດທີ່ມີຊື່ສຽງກ່ຽວກັບຄວາມປອດໄພ ແລະ ຄວາມໄວ້ເນື້ອເຊື່ອໃຈທາງດ້ານສາທາລະນະສຸກ. ສຸດທ້າຍແມ່ນ, ຫວຽດນາມ ມີລະບົບວິຊາເຕັກນິກດີຈີຕອນທີ່ທັນສະໄໝ, ອະນຸຍາດໃຫ້ແຂກທ່ອງທ່ຽວຂໍວິຊີຜ່ານທາງອອນລາຍໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ.


ຕອບກັບ

ຂ່າວ/ບົດ​ອື່ນ