ສື່ມວນຊົນ ອາເມລິກາ ໃຫ້ຂໍ້ສັງເກດກ່ຽວກັບການເຂົ້າຮ່ວມ APEC ຢູ່ ຫວຽດນາມ ຂອງ ປະທານາທິບໍດີ D.Trump

(VOVWORLD) - ບົດຂຽນໃຫ້ຂໍ້ສັງເກດວ່າໜຶ່ງໃນບັນດາຈຸດສຸມດ້ານການທູດ ໃນການປະຕິບັດງານຢູ່ ອາຊີ ຄັ້ງນີ້ຂອງທ່ານປະທານາທິບໍດີ Donald Trump ເປັນການກັບຄືນມາ ຫວຽດນາມ
ສື່ມວນຊົນ ອາເມລິກາ ໃຫ້ຂໍ້ສັງເກດກ່ຽວກັບການເຂົ້າຮ່ວມ APEC ຢູ່ ຫວຽດນາມ ຂອງ ປະທານາທິບໍດີ D.Trump - ảnh 1 ທ່ານປະທານາທິບໍດີ Donald Trump (ພາບປະກອບ)

ດ້ວຍຫົວຂໍ້ວ່າ “ການປະຕິບັດງານ ອາຊີ ຄັ້ງທຳອິດຂອງທ່ານປະທານາທິບໍດີ Donald Trump ຈະຊຸກຍູ້ບັນດາການພົວພັນຍຸດທະສາດ ແລະ ຟື້ນຟູຈຸດສຸມທາງດ້ານການຕ່າງປະເທດ”, ໜັງສືພິມ The Washington Times ສະບັບອອກວັນທີ 3 ພະຈິກ ໄດ້ສະແດງຄຳຄິດຄຳເຫັນກ່ຽວກັບການມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຢູ່ດ່ານັ້ງ ຂອງທ່ານ Donald Trump. ບົດຂຽນໃຫ້ຂໍ້ສັງເກດວ່າໜຶ່ງໃນບັນດາຈຸດສຸມດ້ານການທູດ ໃນການປະຕິບັດງານຢູ່ ອາຊີ ຄັ້ງນີ້ຂອງທ່ານປະທານາທິບໍດີ Donald Trump ເປັນການກັບຄືນມາ ຫວຽດນາມ ຂອງ ອາເມລິກາ. ເລື່ອງ ອາເມລິກາ, ເຄີຍເປັນປະເທດປໍລະປັກ, ປະຈຸບັນ ໄດ້ກາຍເປັນຄູ່ຮ່ວມມືການຄ້າທີ່ໃກ້ຊິດສະໜິດສະໜົມກັບ ຫວຽດນາມ, ໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ. 2 ປະເທດໄດ້ປະບັນດາຄວາມເຈັບປວດໄວ້ໃນອະດິດຕະການ, ມຸ່ງໄປເຖິງອະນາຄົດດ້ວຍວິໄສທັດອັນກ້ວາງໃຫຍ່ກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ