ສື່ມວນ​ຊົນ ເຢຍ​ລະ​ມັນ ຕີ​ລາ​ຄາ​ເສດ​ຖະ​ກິດ ຫວຽດ​ນາມ ​ເຕີບ​ໂຕດີ​ຂຶ້ນ ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) -  ໜັງສືພິມ Finanzmarktwelt ຂອງ ເຢຍລະມັນ ຫາກໍລົງບົດຂຽນ ໂດຍເນັ້ນໜັກວ່າ ຫວຽດນາມ ໄດ້ເປີດປະຕູຢ່າງຮອບດ້ານພາຍຫຼັງໂລກລະບາດໂຄວິດ -19, ທຸກຂະແໜງການລ້ວນແຕ່ມີສັນຍານດີຂຶ້ນ.
ສື່ມວນ​ຊົນ ເຢຍ​ລະ​ມັນ ຕີ​ລາ​ຄາ​ເສດ​ຖະ​ກິດ ຫວຽດ​ນາມ ​ເຕີບ​ໂຕດີ​ຂຶ້ນ ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19 - ảnh 1(ພາບປະກອບ: VOV)

ຕາມບົດຂຽນແລ້ວ, ໃນເດືອນ ມີນາ ຜ່ານມາ, ວົງເງິນສົ່ງອອກຂອງ ຫວຽດນາມ ບັນລຸລະດັບສະຖິຕິ ດ້ວຍຍອດມູນຄ່າ 67,37 ຕື້ USD, ໃນນັ້ນ ຍອດວົງເງິນສົ່ງອອກບັນລຸ 34,71 ຕື້ USD, ໄດ້ທຳລາຍສະຖິຕິທີ່ບັນລຸໄດ້ໃນເດືອນ ກໍລະກົດ 2021. ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ຫວຽດນາມ ປີ 2022 - ເສດຖະກິດ ຫວຽດນາມ ຈະບັນລຸລະດັບສະຖິຕິໃໝ່. ທະນາຄານພັດທະນາ ອາຊີ (ADB) ຄາດວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸການເຕີບໂຕຢູ່ໃນລະດັບປະມານ 6,5% ໃນປີ 2022.

        ຕາມບົດລາຍງານແລ້ວ, ບັນດາຜະລິດຕະພັນເອເລັກໂຕນິກ, ໂດຍສະເພາະແມ່ນໂທລະສັບມືຖື, ເປັນພື້ນຖານໃຫ້ແກ່ການເຕີບໂຕຂອງຂະແໜງສົ່ງອອກຂອງ ຫວຽດນາມ. ຕາມນັກຊ່ຽວຊານເສດຖະກິດ Tim Lee Lahaphan ສັງກັດທະນາຄານ Standard Chartered ແລ້ວ, ນັບມື້ນັບມີຫຼາຍວິສາຫະກິດສາກົນມີແຜນການຍ້າຍລະບົບສະໜອງມາຍັງ ຫວຽດນາມ - ເຊິ່ງເປັນປະເທດທີ່ໄດ້ຮັບຖືວ່າ ແມ່ນສູນຜະລິດສິນຄ້າເອເລັກໂຕນິກ, ຕຳແຜ່ນຕັດຫຍິບ ແລະ ເກີບໜັງຂອງພາກພື້ນ.

        ກໍຕາມບົດລາຍງານດັ່ງກ່າວ, ບໍ່ພຽງແຕ່ມີຂະແໜງຜະລິດ ແລະ ການຄ້າຕ່າງປະເທດທີ່ມີການເຕີບໂຕຢ່າງແຮງເທົ່ານັ້ນ, ການທ່ອງທ່ຽວພາຍໃນປະເທດຂອງ ຫວຽດນາມ ກໍພວມການເຕີບໂຕທີ່ດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ