ສື່ມວນຊົນ-ຂົວຕໍ່ສຳຄັນໃນການໜູນຊ່ວຍການເຄື່ອນໄຫວຂອງສະພາແຫ່ງຊາດ

ສື່ມວນຊົນ-ຂົວຕໍ່ສຳຄັນໃນການໜູນຊ່ວຍການເຄື່ອນໄຫວຂອງສະພາແຫ່ງຊາດ - ảnh 1
​ການ​ໂ​ອ້​ລົມ​ສົນ​ທະ​ນາ​ສື່​ມວນ​ຊົນ​
ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ
(ພາບ: baochinhphu.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 29/09, ຢູ່​ຮ່າ​ໂນ້ຍ, ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ການ​ໂ​ອ້​ລົມ​ສົນ​ທະ​ນາ​ສື່​ມວນ​ຊົນ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ນີ້​ແມ່ນ​ເວ​ທີ​ປາ​ໄສ​ພົບ​ປະ​ແລກ​ປ່ຽນ, ແລກ​ປ່ຽນ​ບົດ​ຮຽນ​ລະ​ຫວ່າງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກັບ​ນັກ​ຂ່າວ​ບັນ​ດາ​ອົງ​ການ​ສຳ​ນັກ​ຂ່າວ​ສານ; ສ້າງ​ຄວາ​ມ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດ​ກັບ​ສື່ມວນ​ຊົນ. ບັນ​ດາ​ບົດ​ປະ​ກອບຄຳ​ເຫັນ​ທີ່​ການ​ໂ​ອ້​ລົມ​ສົນ​ທະ​ນາ​ຢືນ​ຢັນ​ວ່າ, ໃນ​ຕະ​ຫຼອດ​ໄລ​ຍະ 71 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ສື່ມວນ​ຊົນ​ຍາມ​ໃດ​ກໍ​ເປັນ​ເພື່ອນ​ຮ່ວມ​ເດີນ​ທາງ, ສະ​ໜິດ​ຕິດ​ພັນ, ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສະ​ພາ​ແຫ່ງຊາດ ແລະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ສື່ມວນ​ຊົນ​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊ່ອ​ງ​ແ​ສງ​ທັດ​ສະ​ນະ, ຄຳ​ເຫັນ​ຂອງ​ຕົນ​ກ່ຽວ​ກັບ​ບັນ​ດາ​ບ​ັນ​ຫາ​ທີ່​ຫາງ​ສ​ຽງ​​ສົນ​ໃຈ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ສົນ​ໃຈ. ສື່​ມວນ​ຊົນກໍ່​ແມ່ນ​ແຫຼ່ງ​ສະ​ໜອງ​ຂໍ້​ມ​ູນ​ຂ່າວ​ຢ່າງ​ອຸ​ດົມ​ສົມ​ບຸນ, ທັນ​ການ ເພື່ອ​ໃຫ​້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສາ​ມາດ​ກຳ​ແໜ້ນ​ໄດ້​ສະ​ພາບ​ການ, ຄວາມ​ຄິດ​ຄວາມ​ເຫັນ, ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເພື່ອ​ຮັບ​ໃຊ້​ການ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຕ​ົວ​ແທນ​ຂອ​ງ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ