(VOVWORLD) -ປີ 2020 ໃນສະພາບການໂລກລະບາດໂຄວິດ 19 ແຜ່ລະບາດໃນທົ່ວໂລກ, ເສດຖະກິດໂລກຊຸດໂຊມຢ່າງແຮງ, ຫວຽດນາມບໍ່ພຽງຄວບຄຸມໂລກລະບາດເປັນຢ່າງດີເທົ່ານັ້ນ ຫາກຍັງຮັກສາການເຕີໂຕ GDP ຢູ່ໃນລະດັບ 2,91% ອີກດ້ວຍ
ການຜະລິດລົດໂອໂຕ ຢູ່ ບໍລິສັດ Toyota ຫວຽດນາມ ຢູ່ ແຂວງຫວີງຟຸກ ດ້ວຍເງິນລົງທຶນຂອງຍີ່ປຸ່ນ (ພາບ:vietnam+) |
Dây chuyền hàn khung xe ô tô tại Công ty ô tô Toyota Việt Nam, vốn đầu tư của Nhật Bản tại Vĩnh Phúc. Ảnh: Danh Lam/TTXVN
ຫນັງສືພິມການຂ່າວລາຍສັບປະດາຂອງຈີນ ວັນທີ 8 ກຸມພາໄດ້ລົງບົດຂຽນມີຫົວຂໍ້ວ່າ: “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກບັນດາມາດຕະການເພື່ອນຳຫວຽດນາມກາຍເປັນປະເທດດຶງດູດກາລົງທຶນຢ່າງແຮງທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້,ໃນນັ້ນ ຍົກອອກບັນດາການຕີລາຄາຕັ້ງຫນ້າກ່ຽວກັບແງ່ຫວັງເສດຖະກິດຂອງຫວຽດນາມ.
ບົດຂຽນໄດ້ເນັ້ນຫນັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ວາງອອກບັນດາເປົ້າໝາຍຍຸດທະສາດແຫ່ງການພັດທະນາໃນນັ້ນຈຸດສຸມແມ່ນຊຸກຍູ້ການດຶງດູດການລົງທຶນຂອງຕ່າງປະເທດ, ປ່ຽນແປງໃຫມ່ວິທະຍາສາດເຕັກໂນໂລຊີ, ຫັນປ່ຽນຮູບແບບເສດຖະກິດດີຈີຕອນ.
ຕາມບົດຂຽນແລ້ວ ປີ 2020 ໃນສະພາບການໂລກລະບາດໂຄວິດ 19 ແຜ່ລະບາດໃນທົ່ວໂລກ, ເສດຖະກິດໂລກຊຸດໂຊມຢ່າງແຮງ, ຫວຽດນາມບໍ່ພຽງຄວບຄຸມໂລກລະບາດເປັນຢ່າງດີເທົ່ານັ້ນ ຫາກຍັງຮັກສາການເຕີໂຕ GDP ຢູ່ໃນລະດັບ 2,91% ອີກດ້ວຍ ແລະໄດ້ຮັບການຕີລາຄາສູງຈາກ ກອງທຶນເງິນຕາສາກົນ IMF ວ່າ ແມ່ນຫນຶ່ງໃນບັນດາປະເທດມີຜົນງານເສດຖະກິດດີທີ່ສຸດໃນໂລກ. ຕາມການຄາດຄະເນຈາກ ທະນາຄານໂລກແລ້ວ, ນັບແຕ່ປີ 2021 ເສດຖະກິດຫວຽດນາມ ອາດຈະບັນລຸລະດັບເຕີບໂຕ 6,5%/ປີ.