ສື່ມວນຊົນຊີຣີໄດ້ໃຫ້ຂ່າວວ່າຫົວໂປISເສຍຊີວິດ

ສື່ມວນຊົນຊີຣີໄດ້ໃຫ້ຂ່າວວ່າຫົວໂປISເສຍຊີວິດ - ảnh 1
ສື່ມວນຊົນຊີຣີໄດ້ໃຫ້ຂ່າວວ່າຫົວໂປISເສຍຊີວິດ
(ພາບ: AFP/TTXVN)

(vovworld) - ວັນ​ທີ 14/06, ສື່ມ​ວນ​ຊົນ​ທ້ອງ​ຖິ່ນ​ຊີ​ຣີ ໄດ້​ຄັດ​ແຫຼ່ງ​ຂ່າວ​ທີ່​ໃ​ກ້​ຊິດ​ກັບ​ອົງ​ການ ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ໂດຍ​ຢືນ​ຢັນ​ວ່າ, ຫົວ​ໂປ​ຂອງ​ອົງ​ກ​ານກໍ່​ການ​ຮ້າຍນີ້​ແມ່ນ Abu Bakr al Baghdadi ​​ໄດ້ເສຍ​ຊີ​ວິດ, ແຕ່ບໍ່​ໃຫ້​ຂ່າວ​ລະ​ອຽດ. ໃນ​ຂະ​ນະ​ນັ້ນ, ມີ​ບາງ​ຂ່າວ​ອື່ນ​ໃຫ້​ຮູ້​ວ່າ al Baghdadi ຖືກ​ດັບ​ສູນ​ໃນ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອາ​ເມ​ລິ​ກາ ຢູ່​ຊີ​ຣີ.

        ກ່ອນ​ໜ້ານັ້ນ, ວັນ​ທີ 10/06, ຜ່ານ​ມາ, ຊ່ອງ​ໂທ​ລະ​ພາບ Al Sumariya ຂອງ​ອີ​ຣັກ ໄດ້​ຄັດ​ບັນ​ດາ​ແຫຼ່ງ​ຂ່າວ​ຢູ່​ແຂວງ Ninveveh ໃຫ້​ຮູ້​ວ່າ al Baghdadi ພ້ອມ​ກັບ​ຫົວ​ໂປ​ຂັ້ນ​ສູ​ງ​ຫຼາຍ​ຄົນ​ຂອງ IS ຖືກ​ຮັບ​ບາດ​ເຈັບ​ໃນ​ຄ່ຳ​ຄືນ​ວັນ​ທີ 09/06, ເມື່ອ​ບັນ​ດາ​ເຮືອ​ບິນ​ໄດ້​ບ​ຸກ​ໂຈມ​ຕີ​​ໃສ່​ເຂດ​ໃກ້​ກັບ​ຊາຍ​ແດນ​ລະ​ຫວ່າງ​ຊີ​ຣີ - ອີ​ຣັກ. ແຕ່​ວ່າ, ​ສຳພັນ​ທະ​ມິດຕ້ານກໍ່​ການ​ຮ້າຍ​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ ໃຫ້​ຮູ້​ວ່າ, ຍັງ​ບໍ່​ທັນ​ຢັ້ງ​ຢັນ​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ເທື່ອ ແລະ ກໍ່​ບໍ່​ປະ​ຕິ​ເສດ​ໄດ້​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ໃນ​ຈຸດ​ເວ​ລາ ແລະ ສະ​ຖານ​ທີ່​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ