ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຢ້ຽມຢາມງານບຸນໜັງສືພິມ ລະດູບານໃໝ່ປີມະແມ 2015
(ພາບ: VGP/Quang Hiếu)
|
(vovworld) – ຕອນເຊົ້າວັນທີ 10/2, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໄປຢ້ຽມຢາມງານບຸນໜັງສືພິມ ລະດູບານໃໝ່ປີມະແມ 2015. ເມື່ອຢ້ຽມຢາມບັນດາຮ້ານວາງສະແດງຂອງບັນດາອົງການສື່ມວນຊົນ ທ່ານ ຫງວຽນທ້ຽນເຍີນ ຖືວ່າ: ສື່ມວນຊົນ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ ແລະ ພ້ອມກັບລະດັບພັດທະນາເສດຖະກິດນັ້ນ ຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດແລກປ່ຽນຂໍ້ມູນຂ່າວສານກໍ່ເພີ່ມຂຶ້ນສູງ, ນີ້ທັງແມ່ນກາລະໂອກາດ, ທັງແມ່ນການທ້າທາຍສຳລັບສື່ມວນຊົນ. ທ່ານ ຫງວຽນທ້ຽນເຍີນ ຖືວ່າ: ສື່ມວນຊົນ ຕ້ອງປະຕິບັດພາລະໜ້າທີ່ ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາຂອງຕົນສຳລັບສັງຄົມເປັນຢ່າງດີ. ເມື່ອມີແຜນນະໂຍບາຍໃຫຍ່, ສື່ມວນຊົນຕ້ອງແມ່ນບ່ອນຮັບເອົາຄຳເຫັນຂອງປະຊາຊົນ ແລະ ແມ່ນເວທີປາໄສເພື່ອໃຫ້ ປະຊາຊົນປະກອບຄຳເຫັນ. ທ່ານ ຫງວຽນທ້ຽນເຍີນ ອວຍພອນໃຫ້ຖັນແຖວພະນັກງານປະຕິບັດວຽກງານສື່ມວນຊົນຈະມີຫົວຄິດປະດິດສ້າງຫຼາຍຢ່າງ ແລະ ສະໜິດຕິດພັນຢ່າງເລິກເຊິ່ງກັບພຶດຕິກຳຕົວຈິງເພື່ອສ່ອງແສງບັນດາດ້ານດີ, ກໍ່ຄືດ້ານອ່ອນ, ປະກອບສ່ວນນຳປະເທດນັບມື້ນັບພັດທະນາແບບຍືນຍົງ.