ສ່ືມວນຊົນຕ່າງປະເທດຕີລາຄາແງ່ຫວັງພັດທະນາເສດຖະກິດຂອງ ຫວຽດນາມ ຢ່າງຕັ້ງໜ້າ

(VOVWORLD) -WB ຫາກໍ່ຍົກລະດັບການຄາດຄະເນການເຕີບໂຕໃນປີ 2022 ຂອງ ຫວຽດນາມ ຂຶ້ນລະດັບ 7,2%
ສ່ືມວນຊົນຕ່າງປະເທດຕີລາຄາແງ່ຫວັງພັດທະນາເສດຖະກິດຂອງ ຫວຽດນາມ ຢ່າງຕັ້ງໜ້າ - ảnh 1(ພາບປະກອບ: baodautu.vn)

        ໃນອາທິດຜ່ານມາ, ບັນດາພາຫະນະສື່ມວນຊົນຕ່າງປະເທດໄດ້ໃຫ້ຂ່າວກ່ຽວກັບຜົນສຳເລັດທີ່ໜ້າປະທັບໃຈຂອງ ຫວຽດນາມ ພາຍຫຼັງທະນາຄານໂລກ (WB) ຄາດຄະເນ ຫວຽດນາມ ຈະມີການເຕີບໂຕນຳໜ້າຢູ່ ອາຊີ ປີ 2022. WB ຫາກໍ່ຍົກລະດັບການຄາດຄະເນການເຕີບໂຕໃນປີ 2022 ຂອງ ຫວຽດນາມ ຂຶ້ນລະດັບ 7,2%, ເພີ່ມຂຶ້ນຫຼາຍພໍສົມຄວນເມື່ອທຽບໃສ່ລະດັບຄາດຄະເນ 5,3% ທີ່ໄດ້ຍົກອອກເມື່ອເດືອນ ເມສາ ກ່ອນນັ້ນ. ໃນຂະນະນັ້ນ, ກໍ່ຄາດຄະເນວ່າ ລະດັບເຕີບໂຕລວມຂອງພາກພື້ນ ອາຊີ - ປາຊີຟິກ ແມ່ນ 3,2%.

          ໃນຂະນະນັ້ນ, ໜັງສືພິມ Nikkei Asia ໄດ້ໃຫ້ຂ່າວວ່າ ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ 3 ປີ 2022 ຂອງ ຫວຽດນາມ ຄາດວ່າເພີ່ມຂຶ້ນສູງພໍສົມຄວນຢູ່ລະດັບ 13,67% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ໃນສະພາບການສົ່ງອອກໄປຍັງ ອາເມລິກາ ເພີ່ມຂຶ້ນຢ່າງແຮງ ແລະ ການບໍລິໂພກເອກະຊົນໄດ້ຮັບການຟື້ນຟູ. ພ້ອມກັນນັ້ນ, ຫວຽດນາມ ກໍ່ເລີ່ມຜະລິດ ຊິບ (semiconductor chip) ຢູ່ພາຍໃນປະເທດ.

          ກ່ຽວກັບດ້ານທ່ອງທ່ຽວ, ໜັງສືພິມ The Star ໃຫ້ຂ່າວວ່າ ໃນ 9 ເດືອນຜ່ານມາຂອງປີ 2022, ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ມີປະມານ 1,87 ລ້ານເທື່ອຄົນ, ເພີ່ມຂຶ້ນທົວ 16,4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

          ຕາມຕົວເລກຂອງກົມໃຫຍ່ທ່ອງທ່ຽວ ທີ່ຫາກໍ່ປະກາດໃນ 9 ເດືອນຜ່ານມາ, ຈຳນວນນັກທ່ອງທ່ຽວພາຍໃນປະເທດຂອງ ຫວຽດນາມ ບັນລຸປະມານ 87 ລ້ານເທື່ອຄົນ, ກາຍເປັນກຳລັງໜູນຕົ້ນຕໍຂອງການເຕີບໂຕທົ່ວຂະແໜງ.

ຕອບກັບ

ຂ່າວ/ບົດ​ອື່ນ