ສື່ມວນຊົນພາຍໃນ ແລະ ຕ່າງປະເທດຍ້ອງຍໍປະທານ ໂຮ່ຈີມິນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/05/1890 – 19/05/2017), ບັນດາພາຫະນະສື່ມວນຊົນພາຍໃນປະເທດ ແລະ ຕ່າງປະເທດໄດ້ຄັດສະເໜີບົດຂຽນຫລາຍບົດ ຍ້ອງຍໍແນວຄິດ ແລະ ບຸນຄຸນອັນໃຫຍ່ຫລວງຂອງປະທານ ໂຮ່ຈີມິນ ສຳລັບພາລະກິດປະຕິວັດປົດປ່ອຍຊາດ.
ສື່ມວນຊົນພາຍໃນ ແລະ ຕ່າງປະເທດຍ້ອງຍໍປະທານ ໂຮ່ຈີມິນ - ảnh 1 (ພາບປະກອບ)

ໜັງສືພິມເຍີນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ) ສະບັບອອກວັນທີ 18 ພຶດສະພາ ມີບົດຂຽນດ້ວຍຫົວຂໍ້ວ່າ: “ປະທານ ໂຮ່ຈີມິນ, ແວ່ນແຍງທີ່ໃສແຈ້ງກະຕຸກຊຸກຍູ້ພວກເຮົາສືບຕໍ່ກ້າວຂຶ້ນບົນເສັ້ນທາງໃໝ່”. ບົດຂຽນຊີ້ແຈ້ງວ່າ: ແນວຄິດ, ຄຸນສົມບັດ, ແບບແຜນວິຖີຊີວິດ ໂຮ່ຈີມິນ ແມ່ນຊັບສົມບັດດ້ານຈິດໃຈອັນລ້ຳຄ່າຂອງຊາດ. ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນວິຖີຊີວິດຂອງປະທານ ໂຮ່ຈີມິນ ແມ່ນຮັກສາຫຼັກໝັ້ນ, ແນວຄິດການເມືອງໃຫ້ໝັັ້ນຄົງ, ຢຶດໝັ້ນອຸດົມຄະຕິປະຕິວັດ, ເອກະລາດຊົນຊາດຕິດພັນກັບລັດທິສັງຄົມນິຍົມ; ແມ່ນການຫຼໍ່ຫຼອມຄຸນສົມບັດໃຫ້ໂປ່ງໃສ, ດຸໝັ່ນຂະຫຍັນພຽງ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ.

ໜັງສືພິມ ກວນໂດຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ) ສະບັບອອກວັນທີ 18 ພຶດສະພາ ມີບົດຂຽນດ້ວຍຫົວຂໍ້ວ່າ “ທິດສະດີສຶກສາຜ່ານແບບຢ່າງ ແລະ ບັນດາຄຳສັ່ງສອນຂອງປະທານ ໂຮ່ຈີມິນ”. ບົດຂຽນຊີ້ແຈ້ງວ່າ: ທິດສະດີ, ຈິນຕະນາການສຶກສາຂອງປະທານ ໂຮ່ຈີມິນ ສະແດງໃຫ້ເຫັນຢູ່ຈິນຕະນາການ, ວິທີການທິດສະດີການສຶກສາ, ວິທີການສຳພັດກັບເປົ້າໝາຍ, ບັນຫາ…

ເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ບັນດາພາຫະນະສື່ມວນຊົນຂອງ ອັກຊັງຕິນ ໄດ້ລົງພິມບົດຂຽນຫລາຍບົດທີ່ຂຽນກັບປະຫວັດຫຍໍ້, ຍ້ອງຍໍແນວຄິດຂອງປະທານ ໂຮ່ຈີມິນ. ບົດຂຽນ “ ໂຮ່ຈີມິນ: ໜຶ່ງໃນບັນດາຜູ້ນຳຍອດຍິງທີ່ສຸດໃນການຕໍ່ສູ້ຕ້ານຈັກກະພັດ”  ໃນວາລະສານສັງລວມ ອາເມລິກາລາຕິນ ໄດ້ຄັດສະເໜີປະຫວັດຫຍໍ້ກ່ຽວກັບຊີວິດ, ວິວັດການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ. ສ່ວນໃນໜ້າຫຼັກເວັບໄຊ acercandonaciones.com ຂອງ ອັກຊັງຕິນ ມີຮູບພາບປະທານ ໂຮ່ຈີມິນ ພ້ອມກັບທຸງສີແດງດາວຄຳ ແລະ ບົດຂຽນ “ໂຮ່ຈີມິນ - ບຸກຄົນແຫ່ງສັນຕິພາບ”

ຕອບກັບ

ຂ່າວ/ບົດ​ອື່ນ