(vovworld) - ເນື່ອງໃນໂອກາດທ່ານປະທານາທິບໍດີສະຫະພັດລັດເຊຍ Vladimir Putin ຮຽກໂຮມກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະພັນ ເພື່ອປຶກສາຫາລືກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງເລື່ອງລັດເຊຍ ເຂົ້າເປັນສະມາຊິກອົງການການຄ້າໂລກ (WTO), ຕອນບ່າຍວັນທີ 21/11 ສຳນັກຂ່າວສານ RIA – Novosti ໄດ້ລົງບົດຂຽນຊີ້ແຈ້ງຜົນງານຂອງບາງປະເທດພາຍຫຼັງເຂົ້າເປັນສະມາຊິກອົງການ WTO ໃນນັ້ນມີຫວຽດນາມ. RIA – Novosti ໄດ້ເນັ້ນນັກວ່າ ພາຍຫຼັງການເຂົ້າເປັນສະມາຊິກອົງການ WTO ແຕ່ເດືອນ 1/2007 ມາຮອດປະຈຸບັນ, ຫວຽດນາມ ໄດ້ສສ້ງຕັ້ງບັນດາກົນໄກເພື່ອແນໃສ່ປະຕິຮູບລະບົບການເມືອງ, ເສດຖະກິດ, ສານ - ກົດໝາຍ, ເຊິ່ງການປະຕິບັດບັນດາກົນໄກດັ່ງກ່າວບໍ່ພຽງແຕ່ຮັບປະກັນສິດຂອງນັກລົງທຶນຕ່າງປະເທດເທົ່ານັ້ນ, ຫາກຍັງຍົກສູງການດຶງດູດການລົງທຶນຂອງຫວຽດນາມ ອີກດ້ວຍ. ຕາມ RIA – Novosti ແລ້ວ, ປີ 2008, ວາລະສານ The Wall Street Journal ໄດ້ຂຽນວ່າ ພາຍຫັງປີທຳອິດເຂົ້າເປັນສະມາຊິກ WTO, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕເສດຖະກິດສູງດ້ວຍຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 8,5%. ສ່ວນອົງການ Dow Jones Commodities Service ກໍຊີ້ແຈ້ງບັນດາຜົນງານຂອງຂະແໜງອຸດສາຫະກຳຕໍ່າແຜ່ນຕິດຍິບ ຂອງຫວຽດນາມ. ຕາມການຄາດຄະເນແລ້ວ, ຮອດປີ 2020, ຂະແໜງຕໍ່າແຜ່ນຕັດຍິບຈະນຳມາເຊິ່ງຜົນກຳໄລ 25 ຕື້ USD. ເລື່ອງເຂົ້າເປັນສະມາຊິກ WTO ໄດ້ປະກອບສ່ວນຊ່ວຍໃຫ້ຫວຽດນາມ ເພີ່ມວົງເງິນສົ່ງອອກຢ່າງແຮງ, ພ້ອມທັງປະກອບສ່ວນເຂົ້າໃນການປັບປຸງຄວາມສາມາດແກ່ງແຍ້ງຂອງສິນຄ້າຫວຽດນາມ ໃນຕະຫຼາດໂລກ. ຫວຽດນາມ ໄດ້ຍົກເລີກບັນດາມາດຕະການອາລັກຂາດ້ານການຄ້າ ແລະ ແຕ່ຕົ້ນປີ 2010, ຫວຽດນາມ ໄດ້ເປີດກວ້າງຕະຫຼາດນຳເຂົ້າ. RIA – Novosti ຊີ້ແຈ້ງວ່າ ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ນັບມື້ນັບໄດ້ຮັບການປົວແປງ ດ້ວຍລາຍຮັບສະເລ່ຍຕໍ່ຫົວຄົນທີ່ນັບມື້ນັບສູງ, ອັດຕາສ່ວນຄົນທຸກຍາກຢູ່ຫວຽດນາມ ໄດ້ຫຼຸດລົງຈາກລະດັບ 60% ໃນປີ 1992 ລົງເຫຼືອພຽງ 15% ໃນປີ 2008.