ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບພິທີສະເຫຼີມ ສະຫຼອງ 40 ປີແຫ່ງວັນ ປົດປ່ອຍພາກໃຕ້ຫວຽດນາມ

ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບພິທີສະເຫຼີມ ສະຫຼອງ 40 ປີແຫ່ງວັນ ປົດປ່ອຍພາກໃຕ້ຫວຽດນາມ - ảnh 1
(ພາບປະກອບ: Vietnam+)

​(vovworld) –   ວັນ​ທີ 30/04, ສຳນັກ​ຂ່າວສານ​ໃຫຍ່ ​ແລະ ໜັງສືພິມບັນດາ​ປະ​ເທດ​ໃນ​​ໂລກ ​ໄດ້​ມີ​ບັນດາ​ບົດ​ຂຽນກ່ຽວ​ກັບ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ຫວຽດນາມ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.

        ບັນດາ​ໜັງສືພິມ​ໃຫຍ່​ຂອງ​ລາວ ​ໃນ​ຊຸມ​ມື້​ຜ່ານ​ມາ ​ໄດ້​ລົງ​ພິມບັດ​ດາບົດ​ກ່ຽວ​ກັບ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ໄຊຊະນະ 30/04; ຜົນງານ​​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ​​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ, ພາຍຫຼັງ 40 ປີແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ຫວຽດນາມ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ຕາມ​ບັນດາ​ໜັງ​ສື​ພິມ​ໃຫຍ່​ຂອງ​ລາວ​​ແລ້ວ, ​ໄຊຊະນະ 30/04 ຍັງ​ແມ່ນ​ໄຊຊະນະ​ຂອງ​ຄວາມ​ສາມັກຄີ​ສູ້ຮົບ​ທີ່ສະໜິດ​ແໜ້ນ​ລະຫວ່າງປະຊາຊົນ 3 ປະ​ເທ​ດຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ອ້າຍ​ນ້ອງ.

        ວັນ​ທີ 30/04, ສຳນັກ​ຂ່າວສານ ຊິນ​ຮວາ ຂອງ​ຈີນ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ທີ່​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ​ຢູ່​ນະຄອນ​ໂ​ຮ່​ຈິ​ມິນ ຢືນຢັນ​ວ່າ, ວັນ​ທີ 30/04/1975 ​ໄດ້​ເປັນ​ຂີດ​ໝາຍ​ໃໝ່​ໃນ​ປະຫວັດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທີ່​ສະ​ຫງ່າ​ອົງອາດ​ຂອງ​ຫວຽດນາມ.

  ສຳນັກ​ຂ່າວສານ Kyodo, ຍີ່ປຸ່ນ ​ໄດ້​ລົງ​ພິມ​ບົດ​ຂຽນ​ເນັ້ນ​ໜັກ​ເຖິງ​ຄຳ​ເວົ້າ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​​ໄວລຸ່ມຫວຽດນາມ ລຸ້ນຕ່າງໆ ​ເສີມ​ຂະຫຍາຍ​ພາລະກິດ​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ລຸ້ນພໍ່, ລຸ້ນອ້າຍ​ຜ່ານ​ວຽກ​ງານ​ສ້າງສາ​ປະ​ເທດ​ຊາດ.

        ​ບົດ​ຂຽນ​ຂອງ​ສຳນັກ​ຂ່າວສານ AFP ຂອງຝລັ່ງ ​​ເນັ້ນ​ໜັກ​ວ່າ, ບັນດາ​ຜົນ​ກະທົບ​ເຊິ່ງກອງທັບ​ອາ​ເມລິ​ກາ ​ໄດ້​ກໍ່​ຂຶ້ນ​ຕໍ່​ຊາວ​ຫວຽດນາມ, ​ໃນ​ນັ້ນມີ​ບັນດາ​ກໍ່​ລະ​ນີຖືກ​ຕິດ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ. ບົດ​ຂຽນ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ Ted Osius ທີ່​ພິທີ​ສະ​ເຫຼີ​ມສະຫຼອງຢູ່​ກົງ​ສູນອາ​ເມ​ລິ​ກາ ປະຈຳ​ນະຄອນ​ໂຮ່ຈິ​ມິນ ວ່າ, ຊາວ​ອາ​ເມ​ລິ​ກາ​ຈົ່ງ​ຈົດ​ຈຳ ​ແລະ ​ເຄົາລົບ​ອະດີດຕະການ ​ແຕ່​ຕ້ອງ​ມຸ່ງ​ໄປ​ເຖິງ​ອະນາຄົດ ​ແລະ ສ້າງ​ອະນາຄົດອີ່​ງ​ໃສ່ອະດີດຕະການ​ນີ້. ທ່ານ​ກໍ່​ຢືນຢັນ​​ເຖິງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ຫວຽດນາມ, ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ.

ຂ່າວ/ບົດ​ອື່ນ