ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບເລື່ອງ ຫວຽດນາມ ສາມາດປິ່ນປົວໃຫ້ແກ່ນັກບິນຊາວອັງກິດຕິດເຊື້ອໂຄວິດ - 19 ຫາຍດີ
(VOVWORLD) -ໜັງສືພິມ ເອເລັກໂຕນິກ 9News ຂອງ ອົດສະຕາລີ ໃນວັນທີ 12 ກໍລະກົດໃຫ້ຂ່າວວ່າ ນັກບິນຊາວອັງກິດ ມີອາຍຸ 42 ປີ ທີ່ເຮັດວຽກໃນບໍລິສັດການບິນແຫ່ງຊາດຫວຽດນາມ ແມ່ນຄົນເຈັບຕິດເຊື້ອໂຄວິດ - 19 ມີອາການຮຸນແຮງທີ່ສຸດຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ມີສຸຂະພາບປົກກະຕິ ເພື່ອກັບເມືອ Scotland.
(ພາບປະກອບ: ກະຊວງສາທາລະນະສຸກ) |
ຕາມໜັງສືພິມດັ່ງກ່າວແລ້ວ, ນັກບິນຄົນດັ່ງກ່າວ ໄດ້ອອກຈາກຮ່າໂນ້ຍ ແລະ ໄປຮອດ ລອນດອນໃນຕອນເຊົ້າວັນທີ 12 ກໍລະກົດ (ຕາມເວລາທ້ອງຖິ່ນ) ແລະ ມາຮອດປັດຈຸບັນ, ຫວຽດນາມ ຍັງບໍ່ມີກໍລະນີໃດຖືກເສຍຊີວິດຍ້ອນຕິດເຊື້ອໂຄວິດ - 19.
ໃນຂະນະນັ້ນ, ເວັບໄຊ CBC.ca ຂອງການາດາ ເມື່ອວັນທີ 11 ກໍລະກົດ ໄດ້ລົງບົດຂຽນດ້ວຍຫົວຂໍ້ “ນັກບິນຊາວອັງກິດ ໄດ້ຮັບການປິ່ນປົວຫາຍດີ - ສັນຍາລັກແຫ່ງການຕ້ານໂຄວິດ - 19 ຢ່າງສຳເລັດຜົນຂອງຫວຽດນາມ ໄດ້ກັບຄືນເມືອປະເທດ”. ບົດຂຽນໃຫ້ຮູ້ວ່າ ອາການສຸຂະພາບທີ່ຮຸນແຮງທີ່ສຸດຂອງນັກບິນຊາວອັງກິດ ແລະ ບັນດາຄວາມມານະພະຍາຍາມປິ່ນປົວຂອງແພດໝໍຫວຽດນາມ ເພື່ອແນໃສ່ກອບກູ້ເອົາຊີວິດຂອງຄົນເຈັບນີ້ ໄດ້ກາຍເປັນສັນຍາລັກແຫ່ງການຕ້ານໂລກລະບາດໂຄວິດ - 19 ຢ່າງສຳເລັດຜົນຂອງຫວຽດນາມ.