ສື່ມວນຊົນຫວຽດນາມເຂົ້າຮ່ວມລາຍການຄົ້ນຫາປະເທດກຳປູເຈຍ

 ສື່ມວນຊົນຫວຽດນາມເຂົ້າຮ່ວມລາຍການຄົ້ນຫາປະເທດກຳປູເຈຍ - ảnh 1
ບັນດານັກຂ່າວຫວຽດນາມ ເຂົ້າຮ່ວມລາຍການຄົ້ນຫາກຳປູເຈຍ
ພາບ:internet

(vovworld)- ​ແຕ່​ວັນ​ທີ 21-25/4, ບໍລິສັດ​ການບິນ​ແຫ່ງ​ຊາດ​ກຳປູ​ເຈຍ “cambodia Angkor” ສົມທົບ​ກັບ​ກະຊວງ​ທ່ອງ​ທ່ຽວ​ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ລາຍການ​ຊອກ​ຫາບັນດາ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ​ແລະ ວັດທະນະທຳ​ກຳປູ​ເຈຍ. ຕາງຫນ້າ​ບັນດາ​ອົງການ​ສື່​ມວນ​ຊົນ​ຫວຽດນາມ, ລວມມີ: ສຳນັກ​ຂ່າວສານ​ຫວຽດນາມ, ​ໂທລະພາບ​ຫວຽດນາມ, ວິທະຍຸ​ກະຈາຍສຽງຫວຽດນາມ ​ແລະ ບັນດາ​ຫນັງສືພິມ​ສຳຄັນ​ຂອງ​ຫວຽດນາມ. ຕາມ​ລາຍການ, ຄະນະ​ນັກ​ຂ່າວ​ຫວຽດນາມ, ກຳປູ​ເຈຍ ຈະ​ໄປ​ທັດສະນະ​ສຶກສາ, ຊອກ​ຫາ​ຫນອງ Tole Sap, ສູນ​​ເຄື່ອງ​ຫັດຖະກຳ​ສິລະ​ປະກຳ Le Artisan Dangko, ຕະຫລາດ​ກາງຄືນ Angkor, ກຸ່ມ​ປູຊະນີ​ຍະສະ​ຖານ​ວັດ Angkor ​​ແລະ ​ເຂດ​ອາຫານ​ການ​ກິນ​ຢູ່​ເທດສະບານ ຊຽມຮຽບ. ຄະນະ​ດັ່ງກ່າວ​ຈະ​ໄປ​ຢ້ຽມຢາມ​ນະຄອນ​ທະ​ເລ Sihanoukville ​ແລະ ສິ້ນ​ສຸດ​ການ​ຢ້ຽມຢາມ​ຢູ່​ນະຄອນຫລວງ ພະນົມ​ເປັນ ​ເພ່ື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາທີ່​ມີ​ຫົວ​ຂໍ້​ວ່າ:“ຈຸດນັດ​ພົບ​ກຳປູ​ເຈຍ”.

 

ຂ່າວ/ບົດ​ອື່ນ