ບົດຂຽນຂອງນັກຂ່າວ Rodion Ebbighausen ດ້ວຍຫົວຂໍ້ວ່າ:
“ຫວຽດນາມ ແລະ ອາເມລິກາ ຍັບມໍ່ເຂົ້າກັນ”
(ພາບ: http://baotintuc.vn)
(vovworld)- ໃນຊຸມວັນຜ່ານມາ, ຫຼາຍອົງການສື່ມວນຊົນໃຫຍ່ຂອງເຢຍລະມັນໃຫ້ຂ່າວ ແລະ ບົດຕີລາຄາແງ່ຫວັງການຮ່ວມມື ຫວຽດນາມ-ອາເມລິກາ ເນື່ອງໃນໂອກາດການຢ້ຽມຢາມເອາເມລິກາ ຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ. ສື່ເອເລັກໂຕນິກ “Deutsche Welle” ໄດ້ລົງພິມບົດຂອງນັກຂ່າວ Rodion Ebbighausen ດ້ວຍຫົວຂໍ້ວ່າ: “ຫວຽດນາມ ແລະ ອາເມລິກາ ຍັບມໍ່ເຂົ້າກັນ”, ໃນນັ້ນຕີລາຄາການຮ່ວມມືດ້ານເສດຖະກິດທີ່ພວມໄດ້ຮັບການຮັບຮູ້ຈາກ 2 ຝ່າຍແມ່ນ “ພື້ນຖານ ແລະ ກຳລັງໜູນ” ໃຫ້ການພົວພັນຫວຽດນາມ-ອາເມລິກາ ບົນພື້ນຖານສັນຍາ “ການພົວພັນຄູ່ຮ່ວມມືຮອບດ້ານ” ເຊິ່ງໄດ້ຮັບການລົງນາມເມື່ອປີ 2013. ບົດຂຽນຊີ້ແຈ້ງວ່າ: ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຈະເປັນໃຈກາງຂອງການຮ່ວມມືນີ້.
ໜັງສືພິມສະບັບສຳຄັນຂອງເຢຍລະມັນ-ໜັງສືພິມປະຈຳວັນ “Die Tageszeitung” ໄດ້ລົງພິມບົດຂຽນຂອງນັກຂ່າວ Sven Hansen ກ່ຽວກັບການຢ້ຽມຢາມອາເມລິກາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸ໊ຈ້ອງ ດ້ວຍຫົວຂໍ້ວ່າ: “ການພົວພັນຫວຽດນາມ-ອາເມລິກາ: ຈາກທາງຊອຍໂຮ່ຈີມິນ ເຖິງການພົບປະກັບປະທານາທິບໍດີ Obama”. ບົດຂຽນຖືວ່າ: ການພົວພັນ 2 ຝ່າຍ ຫວຽດນາມ-ອາເມລິກາ ພວມມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າດ້ວຍສັນຍາ “ການພົວພັນຄູ່ຮ່ວມມືຮອບດ້ານ” ເຊິ່ງໄດ້ຮັບການລົງນາມເມື່ອປີ 2013, ຕາມນັ້ນແລ້ວ ອາເມລິກາ ຈະໂຍະຍານຄຳສັ່ງຂວ້ຳບາດດ້ານອາວຸດກັບຫວຽດນາມ ປີ 2014 ແລະ ພິເສດແມ່ນການຢ້ຽມຢາມ ອາເມລິກາ ຄັ້ງທຳອິດຂອງການນຳພັກກອມມູນິດຫວຽດນາມ. ບົດຂຽນໃຫ້ຂໍ້ສັງເກດວ່າ: ການພົວພັນ ຫວຽດນາມ-ອາເມລິກາ ຜ່ານການຢ້ຽມຢາມ ຂອງ
ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ສາມາດສ້າງບັນດາບາດກ້າວບຸກທະລຸ ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ຍຸດທະສາດ, ໃນນັ້ນພິເສດແມ່ນຊຸກຍູ້ແງ່ຫວັງການເຈລະຈາ TPP. ນັກຂ່າວ Sven Hansen ກໍຕີລາຄາວ່າ: ຫວຽດ
ນາມ ພວມເດີນຕາມນະໂຍບາຍການຕ່າງປະເທດຢ່າງເປັນເອກະລາດ ດ້ວຍແຜນນະໂຍບາຍ “ບໍ່ສຳພັນທະມິດດ້ານທະຫານ, ບໍ່ສ້າງຕັ້ັງການພົວພັນແບບສຳພັນທະມິດ ເພື່ອຕ້ານຝ່າຍທີ 3 ແລະ ບໍ່ປະໃຫ້ຕ່າງປະເທດສ້າງຖານທີ່ໝັ້ນການທະຫານຢູ່ຫວຽດນາມ”.