ສື່ມວນຊົນເສີມຂະຫຍາຍຈົນສຸດບົດບາດຂອງຕົນຈະນຳມາເຊິ່ງປະສິດທິຜົນທີ່ດີໃຫ້ແກ່ສັງຄົມ
ທ່ານປະທານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld) – ຕອນເຊົ້າວັນທີ 12/4, ຢູ່ຮ່າໂນ້ຍ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມແລກປ່ຽນວຽກງານຖະແຫຼງຂ່າວ, ໂຄສະນາລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກັບການນຳບັນດາອົງການການເມືອງ - ສັງຄົມ. ທ່ານ ຫງວຽນທ້ຽນເຍີນ ຖືວ່າ: ປີນີ້ແມ່ນປີທີສອງແຫ່ງການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ແມ່ນປີທີ 3 ແຫ່ງການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 8 ຂອນສູນກາງແນວໂຮມປະເທດຊາດຫວຽດນາມ. ເພື່ອສົມທົບກັນປະຕິບັດວຽກງານຖະແຫຼງຂ່າວ, ໂຄສະນາປີ 2017 ເປັນຢ່າງດີ, ບັນດາອົງການສື່ມວນຊົນຕ້ອງສຸມໃສ່ໂຄສະນາ 11 ການເຄື່ອນໄຫວຈຸດສຸມຂອງແນວໂຮມປະເທດຊາດ ຫວຽດນາມ. ໃນນັ້ນ, ມີບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ເຂດຕົວເມືອງສີວິໄລ”; ຂະບວນການ “ສາມັກຄີ, ມີຫົວຄິດປະດິດສ້າງ, ແຂ່ງຂັນກັນຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ເຊື່ອມໂຍງເຂົ້າກັບສາກົນ”.