ສື່ມວນຊົນໂລກຕີລາຄາສູງຜົນງານດ້ານເສດຖະກິດຂອງຫວຽດນາມ

(VOVWORLD) -ໃນອາທິດຜ່ານມາ, ບັນດາພາຫະນະສື່ມວນຊົນຕ່າງປະເທດໄດ້ລົງບົດຂຽນກ່ຽວກັບການຕີລາຄາສູງບັນດາຜົນງານຂອງພື້ນຖານເສດຖະກິດຫວຽດນາມ.
ສື່ມວນຊົນໂລກຕີລາຄາສູງຜົນງານດ້ານເສດຖະກິດຂອງຫວຽດນາມ - ảnh 1(ພາບປະກອບ: Mai Phuong/BNEWS/TTXVN)

ເວັບໄຊ Bloomberg (ອາເມລິກາ) ໃຫ້ຂໍ້ສັງເກດວ່າ ຫວຽດນາມພວມຫັນປ່ຽນຕົນເອງຢ່າງແຮງ, ຈາກປະເທດທີ່ພຽງແຕ່ສົ່ງອອກນ້ຳມັນດິບ, ກາເຟ ແລະ ເກີບໜັງເທົ່ານັ້ນ ໄດ້ກາຍເປັນສູນກາງຜະລິດດຶງດູດບັນດາບໍລິສັດໃຫຍ່ຄື Samsung Electronics Co ຂອງສ.ເກົາຫຼີອີກດ້ວຍ.

        ໜັງສືພິມ Finacial Times (ອັງກິດ) ກໍໄດ້ຄັດສະເໜີບັນດາຕົວເລກເຕີບໂຕເປັນໜ້າປະທັບໃຈໃນຫຼາຍຂົງເຂດ ເຊິ່ງໄດ້ສະແດງໃຫ້ເຫັນການພັດທະນາຢ່າງວ່ອງໄວຂອງຫວຽດນາມ. ປີ 2017, ຫວຽດນາມນຳໜ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເມື່ອດຶງດູດເງິນໄດ້ 6 ຕື້ USD ເຂົ້າຕະຫຼາດຫຼັກຊັບ. ໃນໄຕມາດຕົ້ນປີ 2018, GDP ຂອງຫວຽດນາມເຕີບໂຕ 7,38%, ເຊິ່ງແມ່ນລະດັບສູງສຸດໃນໄລຍະ 10 ປີມໍ່ໆມານີ້,  ຍ້ອນມີບັນດາບາດກ້າວຂະຫຍາຍຕົວໃນຂະແໜງອຸດສາຫະກຳ ແລະ ການກໍ່ສ້າງ.

        ໃນບົດຂຽນທີ່ໄດ້ລົງໃນເວັບໄຊວິເຄາະສະເພາະຂອງສະຖາບັນ Brookings Institution (ອາເມລິກາ), ຜູ້ຂຽນໄດ້ເອີ້ນຫວຽດນາມດ້ວຍກຸ່ມຄຳທີ່ວ່າ “ຫວຽດນາມ ມະຫັດສະຈັນ” ພາຍຫຼັງທີ່ຊີ້ແຈ້ງບັນດາຜົນງານ ເຊິ່ງຫວຽດນາມບັນລຸໄດ້ ໃນຂະນະທີ່ພື້ນຖານການຄ້າທົ່ວໂລກພວມເຕີບໂຕຊັກຊ້າ. ຕາມບົດຂຽນແລ້ວ, ການຄ້າຂອງຫວຽດນາມໄດ້ເພີ່ມຂຶ້ນເຖິງລະດັບ 190% GDP ໃນປີ 2017, ສູງກວ່າທົບຫຼາຍເທົ່າເມື່ອທຽບໃສ່ລະດັບ 70% ໃນປີ 2007.

ຕອບກັບ

ຂ່າວ/ບົດ​ອື່ນ