(VOVWORLD) -ໜັງສື່ພິມກໍ່ຄັດສະເໜີຄຳເວົ້າທີ່ວ່າ: “ບໍ່ມີເວລາໃດທີ່ປະເທດຫວຽດນາມ ມີຂອບຂະໜາດ, ຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຄືໃນທຸກວັນນີ້” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ເວລະໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ
(ໜັງສືພິມ ປະຊາຊົນ ຂອງລາວ ສະບັບອອກວັນທີ 29 ມັງກອນ)
|
ໜັງສືພິມ ປະຊາຊົນ ຂອງລາວ, ສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກວັນທີ 29 ມັງກອນ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ຫວຽດນາມ ກຳນົດທິດວິໄສທັດຍຸດທະສາດ”. ບົດຂຽນໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະສ້າງພືຶ້ນຖານສຳຄັນໃນຍຸດທະສາດສ້າງສາປະເທດຊາດຢ່າງໄວ, ຍາວນານ ແລະ ໝັ້ນຄົງຂອງຫວຽດນາມ. ໜັງສື່ພິມກໍ່ຄັດສະເໜີຄຳເວົ້າທີ່ວ່າ: “ບໍ່ມີເວລາໃດທີ່ປະເທດຫວຽດນາມ ມີຂອບຂະໜາດ, ຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຄືໃນທຸກວັນນີ້” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ເວລະໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຢືນຢັນວ່າ, ຄຳກ່າວປາໄສດັ່ງກ່າວຂອງການນຳພັກ, ລັດ ຫວຽດນາມ ຈະສືບຕໍ່ສ້າງຄວາມເອກອ້າງທະນົງໃຈ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງຂອງທົ່ວປວງຊົນກ່ຽວກັບເສັ້ນທາງກ້າວຂຶ້ນຂອງຫວຽດນາມ.
ໜັງສືພິມ Pretoria News ຂອງອາຟະລິກາໃຕ້ ສະບັບອອກວັນທີ 29 ມັງກອນ, ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ຂີດໝາຍປະຫວັດສາດຂອງຫວຽດນາມ” ຂອງຫົວໜ້າບັນນາທິການ Valerie Boje, ໃນນັ້ນຕີລາຄາສູງພື້ນຖານດ້ານການທູດຮອບດ້ານ, ທັນສະໄໝຂອງຫວຽດນາມ, ເປັນການປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ. ຜູ້ຂຽນໄດ້ເນັ້ນໜັກວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແມ່ນຈຸດເວລາສຳຄັນເພື່ອໃຫ້ຫວຽດນາມ ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນຫວ່າງມໍ່ໆມານີ້, ວາງອອກວິໄສທັດຂອງຫວຽດນາມ, ກໍຄືຮັບຮອງເອົາທິດທາງພັດທະນາໃນອະນາຄົດ ນັບທັງທາງດ້ານນະໂຍບາຍພົວພັນພາຍໃນ ແລະ ການຕ່າງປະເທດ.