ສື່ມວນຊົນໄທຕີລາ ຄາສູງການເຊື່ອມ ໂຍງເຂົ້າກັບອາຊຽນ ຂອງຫວຽດນາມ

ສື່ມວນຊົນໄທຕີລາ ຄາສູງການເຊື່ອມ ໂຍງເຂົ້າກັບອາຊຽນ ຂອງຫວຽດນາມ - ảnh 1

15 ປີ​ແຫ່ງ​ວັນ​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ

(ພາບປະກອບ: hanoimoi.com.vn)

( vovworld ) – ໜັງສືພິມ ມະຕິ​ຊົນ ຂອງ​ໄທ, ສະບັບ​ອອກ​ວັນ​ທີ 21/8 ​ໄດ້​ລົງ​ພິມ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: “ຫວຽດນາມ ກັບ​ອາ​ຊຽນ“ ຂອງ​ນັກຄົ້ນຄ້ວາ ທິຣາ ມຸດສະ​ພິມ ສັງກັດ​ສູນ​ກະກຽມ​ເຊື່ອມ​ໂຍງ​ເຂົ້າກັບ​ປະຊາ​ຄົມ​ອາ​ຊຽນ-ມະຫາວິທະຍາ​ໄລ​​ເສດຖະສາດໄທ. ​ໃນ​ບົດ​ຂຽນ, ຜູ້​ຂຽນ​ໄດ້​ຕີ​ລາຄາ​ສູງ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ອາ​ຊຽນ ຂອງ​ຫວຽດນາມ ຢ່າງ​ວ່ອງ​ໄວ ​ແລະ ມີ​ປະສິດທິ​ຜົນ. ພາຍຫຼັງ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ​ເມື່ອ​ປີ 1995, ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ທັງ​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດ​ຖະກິດ. ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຕ່າງໆ​ຂອງ​ອາ​ຊຽນ ຈາກ​ຂັ້ນວິຊາ​ການ ຕະຫຼອດ​ຮອດ​ຂັ້ນການ​ນຳ​ສູງ​ສຸດ. ຫວຽດນາມ ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ຊຸກຍູ້ 3 ປະ​ເທດກຳປູ​ເຈຍ, ລາວ ​ແລະ ມ້ຽນ​ມາ ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ. ຜົນງານ​ທີ່​ຈະ​ແຈ້ງ​ທີ່​ສຸດ​ຂອງ​ຫວຽດນາມ ​ເມື່ອເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ​ແມ່ນ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ກຸ່ມ. ການ​ລົງທຶນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ເຂົ້າຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ແຮ​ງ, ຈາກ 3,2 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 1997 ​ໄດ້​ຂຶ້ນ​ເຖິງ​ກ່ວາ 46 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2009.

   ຜູ້​ຂຽນ​ໄດ້​ສະຫລຸບ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ທີ 3 ​ໃນ​ອາ​ຊຽນ ດ້ວຍ​ປະຊາກອນ​ເກືອບ 90 ລ້ານ​ຄົນ ​ແລະ ນັບ​ມື້​ນັບ​ກາຍ​ເປັນ​ກຳລັງ​ໜູນ​ອັນ​ສຳຄັນ​ຂອງ​ອາ​ຊຽນ.

 

ຂ່າວ/ບົດ​ອື່ນ