ສີສັນຫຼາກຫຼາຍໃນງານບຸນຍິງບັ້ງໄຟດອກສາກົນດານັ້ງ 2017


    ສີສັນຫຼາກຫຼາຍໃນງານບຸນຍິງບັ້ງໄຟດອກສາກົນດານັ້ງ 2017 - ảnh 1
ງານ​ບຸນ​ຍິງບັ້ງ​ໄຟ​ດອກ​ສາ​ກົນ​ດານັ້ງ 2017

(vovworld)- ງານ​ບຸນ​ຍິງບັ້ງ​ໄຟ​ດອກ​ສາ​ກົນ​ດານັ້ງ 2017 ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 30/4 ຢູ່​ແມ່​ນ້ຳ​ຮ່ານ​ຊຶ່ງ​ມີ​ການ​ເຂົ້າ​ຮ່ວມຂອງ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ການ​ນຳ​ນະ​ຄອນ​ດານັ້ງ​, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ​ຕ່າງໆ ແລະ ປະ​ຊາ​ຊົນ​, ແຂກ​ທ່ອງ​ທ່ຽວຢ່າງຫຼວງຫຼ​າຍ. ທ່ານ ຮີ່ງ​ດຶກ​ເທີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ດານັ້ງ​ ໃຫ້​ຮູ້​ວ່າ : 

    “ງານ​ບຸນ​ຍິງບັ້ງ​ໄຟ​ດອກ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ​ທີ່​ຄ່ອຍໆ​ກາຍ​ເປັນ​ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ​ທີ່​ສຸດ ແລະ ພົ້ນ​ເດັ່ນ​ໃນ​ນະ​ຄອນ​ດາ​ນັ້ງ. ແລະ ພວກ​ຂ້​າ​ພະ​ເຈົ້າຈະ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ເຮັດ​ໃຫ້​ງານ​ບຸນນີ້ ພັດ​ທະ​ນາ, ສົມ​ບູນ​ກ່​ວາ​ເກົ່າ, ກາຍ​ເປັນ​ເຫດ​ການ​ທີ່​ພົ້ນ​ເດັ່ນ​ຢ່າງ​ແທ້​ຈິງ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ກໍ​ຄື​ໂຄ​ສະ​ນາ​ນະ​ຄອນ. ”

    ສ່ວນ​ອ້າຍ ຫງວຽນ​ວັນ​ຮ້ຽວ ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຂວງ​ແທງ​ຮ້​ວາ ເປີດ​ເຜີຍ​ວ່າ :

   “ ຂ້າ​ພະ​ເຈົ້າ​ເຄີຍ​ຊົມ​ຍິງບັ້ງ​ໄຟ​ດອກຜ່ານ​ໂທ​ລະ​ພາບ​ເທົ່າ​ນັ້ນ ແລະ ບໍ່​ໄດ​້​ຊົມ​ ການຍິງບັ້ງ​ໄຟ​ດອກຕົວ​ຈິງ​ຈັກ​ເທື່ອ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ການຍິງບັ້ງ​ໄຟ​ດອກຂອງ​ຫວຽດ​ນາມ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຫ້​ແກ່​ຜູ້​ຊົມ​ທີ່​ສຸດ”

 

ຕອບກັບ

ຂ່າວ/ບົດ​ອື່ນ