“ສີສັນໄຕບັກ“ໄດ້ຮັບເລືອກເປັນຫົວຂໍ້ຂອງປີທ່ອງທ່ຽວແຫ່ງຊາດ 2017
ຮູບພາບນາຂັ້ນໄດຢູ່ເຂດໄຕບັກ
(vovworld) - ຄະນະຊີ້ນຳ, ຄະນະຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2017 ລາວກາຍ - ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ) ຫາກໍ່ເປັນເອກະພາບເລືອກເຟັ້ນຫົວຂໍ້ໃຫ້ປີທ່ອງທ່ຽວແຫ່ງຊາດ 2017, ນັ້ນແມ່ນ “ສີສັນໄຕບັກ“. ປີທ່ອງທ່ຽວແຫ່ງຊາດ 2017 ໂດຍແຂວງ ລາວກາຍເປັນເຈົ້າພາບຈັດຕັ້ງ, ພ້ອມກັບການເຂົ້າຮ່ວມຂອງ 7 ແຂວງ ໄຕບັກເປີດກວ້າງແມ່ນ: ອຽນບ໋າຍ, ຟູ໋ທໍ້, ຮ່ວາບິ່ງ, ເຊີນລາ, ລາຍເຈົາ, ດ້ຽນບຽນ, ຮ່າຢາງ. ໃນປີທ່ອງທ່ຽວແຫ່ງຊາດ 2017 ຈະມີການເຄື່ອນໄຫວ 42 ຢ່າງ, ໃນນັ້ນມີກນເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແລະ ການເຄື່ອນໄຫວໂຄສະນາ 22 ຢ່າງ… ພິທີໄຂ ແລະ ປະກາດ ປີທ່ອງທ່ຽວແຫ່ງຊາດ 2017 ລວກາຍ - ໄຕບັກ ຄາດວ່າຈະດຳເນີນໃນເດືອນ 2/2017, ດ້ວຍບັນດາຜະລິດຕະພັນ: ການທ່ອງທ່ຽວປະຊາຄົມ ໄຕບັກ; ການທ່ອງທ່ຽວຄົ້ນຫາເສັ້ນທາງມໍລະດົກນາຂັ້ນໄດ; ຕະຫຼາດນັດເຂດພູສູງ; ລາຍການທ່ອງທ່ຽວ “ຮອຍຕີນມະຫັດສະຈັນ, ຄົ້ນຫາບັນດາເສັ້ນທາງເຄື່ອນທັບໃນບັ້ນຮົບ ດ້ຽນບຽນປະຫວັດສາດ; ການທ່ອງທ່ຽວ ພິຊິດຄວາມສູງ“.