ທ່ານ ຟ້າມ ກາວຟອງ ເອກອັກຄະລັດຖະທູດ
ຫວຽດນາມ ປະຈຳ ມາເລເຊຍ
(ພາບ: vietnam+)
(vovworld) – ວັນທີ 06/02 ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ຈັດຕັ້ງພິທີສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2017). ເຂົ້າຮ່ວມພິທີມີພະນັກງານ, ສະມາຊິກພັກທີ່ຂຶ້ນກັບອົງຄະນະພັກສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມ ກາວຟອງ ເອກອັກຄະລັດຖະທູດ, ເລຂາຄະນະພັກ ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນຂອງການກຳເນີດພັກກອມມູນິດ ຫວຽດນາມ ສຳລັບການປະຕິວັດ ຫວຽດນາມ ໃນການຍາດເອົາເອກະລາດ, ປະຕິບັດການປະຕິວັດຊາດ, ປະຊາທິປະໄຕ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ ຮຽກຮ້ອງບັນດາພະນັກງານ, ສະມາຊິກພັກຕ້ອງມານະພະຍາຍາມສູ້ຊົນ, ສາມັກຄີເພື່ອສ້າງກຳລັງແຮງສັງລວມ, ພ້ອມທັງສະເໜີເສີມຂະຫຍາຍນ້ຳໃຈສະມາຊິກພັກ ເພື່ອປະຕິບັດບັນດາໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ, ສ້າງອົງຄະນະພັກໃຫ້ນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງ.