(vovworld) – ເນື່ອງໃນໂອກາດເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນ (08/08/1967). ຕອນຄໍ່າວັນທີ 06/10, ຢູ່ນະຄອນຫຼວງມົດສກູ, ປະເທດລັດເຊຍ. ເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳສະຫະພັນລັດເຊຍ ໄດ້ສົມທົບກັນຈັດຕັ້ງ “ວັນອາຊຽນ” ແລະ ພົບປະແລກປ່ຽນວັດທະນະທຳ. ນີ້ແມ່ນການເຄື່ອນໄຫວໄດ້ຈັດຂຶ້ນແຕ່ລະປີ, ເພື່ອແນໃສ່ປັບປຸງກຸ່ມກ້ອນສາມັກຄີອາຊຽນ ແລະ ເພື່ອໃຫ້ເພື່ອນມິດສາມາດເຂົ້າໃຈກ່ຽວກັບອາຊຽນ ຫຼາຍກວ່າ. ກ່າວຄຳເຫັນໄຂ “ວັນອາຊຽນ”, ທ່ານເອກອັກຄະລັດຖະທູດອິນໂດເນເຊຍ Djauhari Oratmangun, ຢືນຢັນວ່າ, ຄວາມສະໜິດຕິດພັນຂອງປະຊາຊົນອາຊຽນ ໃນຕະຫຼອດໄລຍະ 48 ປີຜ່ານມາ ພວມປະກອບສ່ວນສຳຄັນ ເພື່ອໃຫ້ອາຊຽນກາຍເປັນປະຊາຄົມໜຶ່ງໃນປີ 2015 ຢ່າງແທດຈິງ ແລະ ພວມນັບມື້ນັບພັດທະນາ.
ພາຍຫຼັງການເຄື່ອນໄຫວດັ່ງກ່າວ, ທ່ານເອກອັກຄະລັດຖະທູດກຳປູເຈຍ ປະຈຳສະຫະພັນລັດເຊຍ Thai Vanna ຈະດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການອາຊຽນ ປະຈຳສະຫະພັນລັດເຊຍ, ໃນອະຍຸການ 6 ເດືອນຕໍ່ໄປ.