ສະຖານທູດຫວຽດນາມ ປະຈຳບຸນກາເຮຍ ຈັດພິທີຊັກທຸງອາຊຽນ

ສະຖານທູດຫວຽດນາມ ປະຈຳບຸນກາເຮຍ ຈັດພິທີຊັກທຸງອາຊຽນ - ảnh 1
ທຸງອາຊຽນພວມຖືກຊັກຂຶ້ນຢູ່ຫຼາຍປະເທດໃນໂລກ (ພາບ: internet )


Vovworld- ຕອນ​ບ່າຍ​ວັນ​ທີ 8/8 ສະຖານທູດ​ຫວຽດນາມ​ປະຈຳ​ບຸນ​ກາ​ເຮ​ຍ​ໄດ້​ຈັດ​ພິທີ​ຊັກ​ທຸງ​ອາຊຽນ​​ເປັນ​ຄູ່​ກັບ​ທຸ່ງຊາດ​ຫວຽດນາມຢູ່​ທີ່​ສຳນັກງານ​ສະຖານທູດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເນື່ອງໃນໂອກາດ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງ ອາຊຽນ ​ແລະ 17 ປີ​ແຫ່ງ​ວັນ​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ນີ້. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ Tran Van Thinh ​ໄດ້​ເນັ້ນ​ໜັກ​ວ່າ ການຊັກ​ທຸງ​ອາຊຽນ ​ແມ່ນ​ເຫດການ​ທີ່​ສຳຄັນ​ຍິ່ງ ​ແນ່​ໃສ່​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນມຸ່ງ​ໄປ​ສູ​່ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ​ໂດຍ​ອີງ​ບົນ 3 ​ເສົາ​ຄ້ຳ : ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ, ປະຊາ​ຄົມ​​ເສດຖະກິດ, ປະຊາ​ຄົມ​ວັດທະນະທຳ - ສັງຄົມ. ການ​ເຄື່ອນ​ໄຫວ​ນີ້​ກໍ​ເປັນ​ການ​ຊ່ວຍ​ເພີ່ມ​ທະວີ​ການ​ໂຄສະນາ​ຮູບ​ພາບ​ອາ​ຊຽນ ​ແລະ ປະຊາ​ຄົມ​​ອາ​ຊຽນ ຜ່ານ​ສາຍຕາ​ຂອງ​ເພື່ອນ​ມິດສາ​ກົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຮ່ວ​ມຂອງ​ສະຫະ​ສະມາຄົມ​ອາຊຽນ .

ຂ່າວ/ບົດ​ອື່ນ