ສະຖານທູດຫວຽດນາມ ຢູ່ຫຼາຍປະເທດເປີດປື້ມສະມຸດໄຫວ້ອາໄລພົນເອກ ຫວໍງວຽນຢາບ
ສະຖານທູດຫວຽດນາມ ປະຈຳກຸຍບາ ຈັດພິທີງານສົບ
ພົນເອກຫວໍງວຽນຢາບ
(ພາບ: vietnamplus.vn)
(vovworld) - ໃນລະຫວ່າງວັນທີ 11 – 12 ຕຸລາ, ສະຖານທູດຫວຽດນາມ ປະຈຳກຸຍບາ ໄດ້ຈັດພິທີງານສົບແລະ ເປີດປື້ມສະມຸດໄຫວ້ອາໄລພົນເອກຫວໍງວຽນຢາບ, ດ້ວຍການເຂົ້າຮ່ວມຂອງໝູ່ຄະນະພະນັກງານບັນດາອົງການຕາງໜ້າ ແລະ ຄອບຄົວ, ພ້ອມກັບຜູ້ຕາງໜ້າຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮໍ່າຮຽນ ຢູ່ກຸຍບາ. ທ່ານອຸປະທູດຊົ່ວຄາວຫວຽດນາມ ປະຈຳກຸຍບາ ດັ້ງວັນຢຸງ ໄດ້ຫວນຄືນບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງພົນເອກຫວໍງວຽນຢາບ ທີ່ມີຕໍ່ພາລະກິດປະຕິວັດອັນສະຫງ່າລາສີ, ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພ້ອມທັງຢືນຢັນວ່າ ພົນເອກ ເຂົ້າສູ່ປະວັດສາດຂອງຊາດ ຄືນັກຮົບວິລະຊົນທີ່ມີຄຸນສົມບັດ ມີຄວາມເກັ່ງກ້າສາມາດ. ປະຊາຄົມຊາວຫວຽດນາມ ອາໄສຢູ່ກຸຍບາ ໄດ້ສະຫງວນເວລາ 1 ນາທີ ເພື່ອສະແດງຄວາມຈົດຈຳຕໍ່ທ່ານພົນເອກຫວໍງວຽນຢາບ, ນັກຮົບປະຕິວັດທີ່ອົງອາດກ້າຫານໄດ້ອຸທິດສ່ວນຕະຫຼວດຊີວິດຂອງຕົນໃຫ້ແກ່ເອກະລາດ, ອິດສະລະພາບຂອງຊາດ.
(ສະຖານທູດຫວຽດນາມ ປະຈຳ ອີຍີບ
ຈັດພິທີງານສົບພົນເອກຫວໍງວຽນຢາບ)
ແລະກໍ່ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ, ອັງໂກລາ, ການາດາ, ອີຍີບ, ລາຊະອານາຈັກອັງກິດ... ໄດ້ຈັດຕັ້ງພິທີໄຫວ້ອາໄລຢ່າງສົມກຽດ ແລະ ເປີດປື້ມສະມຸດໄຫວ້ອາໄລພົນເອກຫວໍງວຽນຢາບ ດ້ວຍການເຂົ້າຮ່ວມຂອງສະຖານທູດບັນດາປະເທດ, ບັນດາອົງການ, ບຸກຄົນຊາວຫວຽດນາມ ແລະ ເພື່ອນມິດສາກົນຢູ່ປະເທດຈຳຖິ່ນເປັນຈຳນວນຫຼວງຫຼາຍ.