ສະຖານທູດອາເມລິກາປະຈຳແບັກແດດກະຕຸກຊຸກຍູ້ໃຫ້ພົນລະເມືອງອອກຈາກອີຣັກ

(VOVWORLD) -“ບັນດາພົນລະເມືອງອາເມລິກາ ຄວນອອກຈາກ (ອີຣັກ) ດ້ວຍທາງການບິນເມື່ອສາມາດໄປໄດ້ ແລະ ຖ້າບໍ່ເຮັດໄດ້ຄືແນວນັ້ນ ແມ່ນຕ້ອງອອກໄປປະເທດອື່ນດ້ວຍທາງບົກ”.

ສະຖານທູດອາເມລິກາປະຈຳແບັກແດດກະຕຸກຊຸກຍູ້ໃຫ້ພົນລະເມືອງອອກຈາກອີຣັກ - ảnh 1

ເຫດບຸກໂຈມຕີທາງອາກາດຂອງອາເມລິກາເຮັດໃຫ້ນາຍບັນຊາການທະຫານຂັ້ນສູງຂອງອີຣານ ແລະ ອີຣັກເສຍຊີວິດ 2 ຄົນ

(ພາບ: AFP TTXVN)

ວັນທີ 03 ມັງກອນ, ສະຖານທູດອາເມລິກາ ປະຈຳນະຄອນຫຼວງແບັກແດດ ໄດ້ກະຕຸກຊຸກຍູ້ໃຫ້ພົນລະເມືອງອາເມລິກາ ທີ່ອາໄສຢູ່ອີຣັກ “ອອກຈາກປະເທດນີ້ໂດຍທັນທີ” ຍ້ອນມີຄວາມວິຕົກກັງວົນຈາກຜົນຮ້າຍພາຍຫຼັງເຫດບຸກໂຈມຕີທາງອາກາດຂອງອາເມລິກາ ໃນຕອນເຊົ້າວັນດຽວກັນ, ເຮັດໃຫ້ນາຍບັນຊາການທະຫານຂັ້ນສູງຂອງອີຣານ ແລະ ອີຣັກເສຍຊີວິດ 2 ຄົນ. ໃນຖະແຫຼງການ, ສະຖານທູດອາເມລິກາ ຊີ້ແຈ້ງວ່າ: “ບັນດາພົນລະເມືອງອາເມລິກາ ຄວນອອກຈາກ (ອີຣັກ) ດ້ວຍທາງການບິນເມື່ອສາມາດໄປໄດ້ ແລະ ຖ້າບໍ່ເຮັດໄດ້ຄືແນວນັ້ນ ແມ່ນຕ້ອງອອກໄປປະເທດອື່ນດ້ວຍທາງບົກ”.

          ວັນທີ 03 ມັງກອນ, ລັດເຊຍ ກ່າວເຕືອນວ່າ, ເຫດບຸກໂຈມຕີທາງອາກາດດັ່ງກ່າວຂອງອາເມລິກາ ໄດ້ເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງ ປິນຂັ້ນໄດ. ໃນຂະນະນັ້ນ, ເມື່ອກ່າວຄຳເຫັນທາງວິທະຍຸ RTL, ທ່ານ Montchalin, ລັດຖະມົນຕີຜູ້ຮັບຜິດຊອບເອີລົບ ຂອງຝລັ່ງ ໃຫ້ຮູ້ວ່າ, ເຫດບຸກໂຈມຕີຂອງອາເມລິກາ ທີ່ສັງຫານນາຍ ແລະ ພົນທະຫານກອງທັບອີຣັກ ຈະເຮັດໃຫ້ໂລກ “ເປັນອັນຕະລາຍກວ່ານີ້ອີກ”, ພ້ອມທັງຮຽກຮ້ອງໃຫ້ມີຄວາມມານະພະຍາຍາມເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນການປະທະກັນຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ