ສະຖານີວິທະຍຸກະຈ່າຍສຽງຫວຽດນາມສືບຕໍ່ເສີມຂະຫຍາຍໄດ້ປຽບເພື່ອໃຫ້ມີບາດກ້າວພັດທະນາໃໝ່

(VOVWORLD) - ຕອນເຊົ້າວັນທີ 27 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມໄດ້ລົງຢ້ຽມຢາມແລະເຮັດວຽກກັບພະນັກງານ, ນັກຂ່າວ, ຜູ້ບັນນາທິການຂອງວິທະຍຸກະຈ່າຍສຽງຫວຽດນາມ(VOV), ໂທລະພາບດີຈີຕອນ VTC, ສັງກັດVOV.
ສະຖານີວິທະຍຸກະຈ່າຍສຽງຫວຽດນາມສືບຕໍ່ເສີມຂະຫຍາຍໄດ້ປຽບເພື່ອໃຫ້ມີບາດກ້າວພັດທະນາໃໝ່ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ VOV

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມໄດ້ຢັ້ງຢືນວ່າໃນໄລຍະຜ່ານມາ, ວິທະຍຸກະຈ່າຍສຽງຫວຽດນາມປະຕິບັດໜ້າທີ່ການເມືອງໄດ້ດີ, ປະກອບສ່ວນຢ່າງຕັ້ງໜ້າພ້ອມກັບລັດຖະບານເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍຂອງພັກ, ລັດ.ພ້ອມກັນນັ້ນຍັງເປັນຂົວຕໍ່ຢ່າງແທດຈິງລະຫວ່າງລັດຖະບານແລະປະຊາຊົນ. ພິເສດ, ວິທະຍຸກະຈ່າຍສຽງຫວຽດນາມໄດ້ສຸມໃສ່ລົງທຶນຢ່າງລ່ວງເລິກ, ປະຕິບັດຫຼາຍບາດກ້າວຫັນປ່ຽນໃໝ່ສຳລັບດ້ານວັດທະນາທຳ, ສັງຄົມດ້ວຍການຮັບຮອງໂທລະພາບດີຈີຕອນVTCພ້ອມທັງມອບສົ່ງຊ່ອງໂທລະພາບສະພາແຫ່ງຊາດເຂົ້າໃຫ້ຫ້ອງວ່າການສະພາແຫ່ງຊາດກໍແມ່ນບາດກ້າວໃໝ່ຂອງວິທະຍຸກະຈ່າຍສຽງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມກໍສະແດງຄວາມປາດຖະໜາວ່າ ວິທະຍຸກະຈ່າຍສຽງຫວຽດນາມສືບຕໍ່ເສີມຂະຫຍາຍໃຫ້ເປັນອົງການສື່ສານຫຼາຍຂະແໜງທີ່ເຂັ້ມແຂງ. ຄຽງຂ້າງນັ້ນຕ້ອງມີຄວາມຕັດສິນໃຈ, ມີຫົວຄິດປະດິດສ້າງໃຫ້ຖືກຕາມທ່າອ່ຽງຂອງສື່ມວນຊົນທັນສະໄໝຂອງໂລກ.

   ທ່ານຫງວຽນເທ໋ກິຜູ້ອຳນວຍການໃຫຍ່ຂອງວິທະຍຸກະຈ່າຍສຽງຫວຽດນາມຊີ້ແຈ້ງວ່າໃນໄລຍະຈະມາເຖິງ, ວິທະຍຸກະຈ່າຍສຽງຫວຽດນາມຈະຍາດແຍ່ງທຸກເງື່ອນໄຂເພື່ອເສີມຂະຫຍາຍປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ດີ ເພື່ອສົ່ງຂໍ້ມຸນຂ່າວສານຂອງວິທະຍຸກະຈ່າຍສຽງຫວຽດນາມໄປສູ່ຜູ້ຟັງທັງພາຍໃນ ແລະຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ