ສະພາກາແດງຫວຽດນາມແລະລາວເພີ່ມທະວີການຮ່ວມມື
ທ່ານນາງ ເຈິ່ນທິຮົ່ງອານ ແລະ ທ່ານ ອາຊາງ ລາວລີ
(ພາບ: Hoàng Chương/Vietnam+)
(vovworld)- ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫຼວງ ວຽງຈັນ-ລາວ ແຕ່ ວັນທີ 4-8/8, ຕອນບ່າຍວັນທີ 5/8, ຄະນະຜູ້ແທນສູນກາງ ສະພາກາແດງຫວຽດນາມ ໂດຍ ທ່ານນາງ ເຈິ່ນທິຮົ່ງອານ, ຮອງປະທານເປັນຫົວໜ້າຄະນະ, ໄດ້ມີການພົບປະກັບ ທ່ານ ອາຊາງ ລາວລີ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ລາວ . ໃນການພົບປະ, ສອງຝ່າຍໄດ້ຮັບຮູ້ໝາກຜົນ, ຂອງການຮ່ວມມືທີ່ບັນລຸ້ໄດ້, ຕາມຄວາມມຸ່ງມາດປາດຖະໜາ ໂດຍສະເພາະແມ່ນການເພີ່ມທະວີການຮ່ວມມືຂອງສອງຝ່າຍ, ແບ່ງປັນບັນດາການເຄື່ອນໄຫວໃນຂົງເຂດມະນຸດສະທຳ, ການກວດ ແລະ ປິ່ນປົ່ວພະຍາດ, ມອບຂອງຂັວນໃນບຸນປີໃໝ່ ໃຫ້ຄົນທຸກຍາກ, ໜູນຊ່ວຍ,ຢ້ຽມຢາມຖາມຂ່າວຜູ້ທີ່ປະສົບກັບໄພທຳມະຊາດ, ຍົກສູງຄວາມສາມາດຂອງພະນັກງານ, ຊຸກຍູ້ບັນດາການເຄື່ອນໄຫວແຮກສ່ຽວ ລະຫວ່າງ ສະພາກາແດງ ສອງປະເທດ ຫວຽດນາມ ແລະ ລາວ. ທ່ານ ຮອງນາຍົກລັດຖະມົນຕີ ລາວ ອາຊາງ ລາວລີ ປາດຖະໜາວ່າ ໃນໄລຍະທີ່ຈະມາເຖິງ, ຫວຽດນາມ ແລະ ລາວ , ຕ້ອງມີກົນໄກແລກປ່ຽນໜູນຊ່ວຍ, ຝຶກອົບຮົມຍົກສູງຄວາມສາມາດຂອງພະນັກງານ, ເພີ່ມທະວີແລກປ່ຽນບົດຮຽນກ່ຽວກັບບັນດາເຄື່ອນໄຫວມະນຸດສະທຳ, ໂດຍສະເພາະແມ່ນຢູ່ບັນດາແຂວງທີ່ມີຊາຍແດນຮ່ວມກັນ, ປະຕິບັດບັນດາຂະບວນການເບິ່ງແຍງດູແລສຸຂະພາບແຕ່ເບື້ອງຕົ້ນຢ່າງດີ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມໃຫ້ນັບມື້ນັບແທດຈິງ, ແໜ້ນແຟ້ນ ແລະ ໝັ້ນຄົງ.