ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ຫຼາຍ​ກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການ ຢູ​ແກຼນ ໃນ​ເດືອນ​ກຸມ​ພາ

(VOVWORLD) -ວົງການເຈົ້າໜ້າທີ່ ສະຫະພາບ ເອີລົບ (EU) ໃຫ້ຮູ້ວ່າ ອົງການນີ້ຈະຝືກແອບໃຫ້ນັກຮົບ ຢູແກຼນ 30.000 ຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບຕົວເລກທີ່ຍົກອອກມາໃນເດືອນພະຈິກປີ 2022.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ຫຼາຍ​ກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການ ຢູ​ແກຼນ ໃນ​ເດືອນ​ກຸມ​ພາ - ảnh 1ປະຊາຊົນ ຢູ່ Kherson, Ukraine (ພາບ:  AFP/TTXVN)

ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ຢູແກູນ ໄດ້ຈັດຂຶ້ນຕາມຄວາມຮຽກຮ້ອງ ຂອງ ລັດເຊຍ ຈະດຳເນີນໃນວັນທີ 8 ກຸມພາ, ຢູ່ນິວຢອກ, ອາເມລິກາ. ແຈ້ງການດັ່ງກ່າວ ໂດຍທ່ານນາງເອກອັກຄະລັດຖະທູດ Malta ປະຈຳ ສປຊ Vanessa Frazier ຍົກອອກມາໃນການຖະແຫຼງຂ່າວໃນວັນທີ 1 ກຸມພາ ກ່ຽວກັບອາຍຸການປະທານສະພາຄວາມໝັ້ນຄົງ ສປຊ ຂອງ Malta ໃນເດືອນກຸມພາ 2023. ເຖິງຢ່າງໃດຕາມ, ທ່ານນາງ Vanessa Frazier ບໍ່ປະກາດຂໍ້ມູນຕື່ມອີກກ່ຽວກັບກອງປະຊຸມຄັ້ງນີ້.

ແຈ້ງການນີ້ໝາຍຄວາມວ່າເດືອນ ກຸມພາ ຈະດຳເນີນກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ຢູແກຼນ ຢ່າງໜ້ອຍສຸດແມ່ນ 3 ຄັ້ງ. ວັນທີ 6 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ກໍ່ຈະຈັດຕັ້ງກອງປະຊຸມກ່ຽວກັບສະພາບການດ້ານມະນຸດສະທຳຢູ່ ຢູແກຼນ, ຕາມຄວາມຮຽກຮ້ອງ ຂອງຝລັ່ງ ແລະ ເອກົວດໍ. ປັດຈຸບັນ, ບັນດາປະເທດ ຝ່າຍຕາເວັນຕົກ ພວມຍູ້ແຮງການໜູນຊ່ວຍດ້ານການທະຫານ ແລະ ສະໜອງອາວຸດໃຫ້ແກ່ຢູແກຼນ. ວົງການເຈົ້າໜ້າທີ່ ສະຫະພາບ ເອີລົບ (EU) ໃຫ້ຮູ້ວ່າ ອົງການນີ້ຈະຝືກແອບໃຫ້ນັກຮົບ ຢູແກຼນ 30.000 ຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບຕົວເລກທີ່ຍົກອອກມາໃນເດືອນພະຈິກປີ 2022.

ສ່ວນລັດເຊຍ ໃນວັນທີ 1 ກຸມພາ ໄດ້ກ່າວເຕືອນເລື່ອງບັນດາປະເທດຝ່າຍຕາເວັນອອກ ມອບອາວຸດ ແລະ ວັດຖຸອຸປະກອນການທະຫານໃຫ້ແກ່ຢູແກຼນ ອາດຈະນຳໄປສູ່ການເພີ່ມຄວາມສ່ຽງທີ່ອາດຈະເກີດການປະທະກັນຫຼາຍພໍສົມຄວນລະຫວ່າງບັນດາປະເທດມະຫາອຳນາດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ