ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮຽກຮ້ອງເພີ່ມທະວີການປ້ອງກັນພາລະກອນຊ່ວຍບັນເທົ່າທຸກມະນຸດສະທຳ
(ພາບປະກອບ)
(vovworld) – ເພື່ອຮັບມືກັບບັນດາໄພນາບຂູ່ທີ່ນັບມື້ນັບເພີ່ມຂຶ້ນ ແນໃສ່ພາລະກອນຊ່ວຍບັນເທົ່າທຸກມະນຸດສະທຳ, ວັນທີ 30/08, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຮຽກຮ້ອງກຳນົດຄວາມຮັບຜິດຊອບສຳລັບບັນດາການບຸກໂຈມຕີແນໃສ່ພາລະກອນຊ່ວຍບັນເທົ່າທຸກມະນຸດສະທຳ ແລະ ກະຕຸກຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງໃນການປະທະກັນຕ່າງໆ ອະນຸຍາດໃຫ້ເຂົ້າພົບໂດຍບໍ່ຈຳກັດສຳລັບບັນດາຜູ້ຕ້ອງການຊ່ວຍເຫຼືອ. ເລື່ອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາມະຕິດັ່ງກ່າວຊີ້ໃຫ້ເຫັນ ຄວາມເປັນເອກະພາບລະຫວ່າງບັນດາສະມາຊິກສຳລັບບັນຫາສຳຄັນຍິ່ງນີ້ ເພື່ອປົກປ້ອງບັນດາຜູ້ພວມປະຕິບັດບັນດາວຽກງານກູ້ເອົາຊີວິດມະນຸດ. ໃນເນື້ອໃນຂອງມະຕິ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ກ່າວປະນາມຢ່າງຮຸນແຮງບັນດາຮູບແບບໃຊ້ຄວາມຮຸນແຮງ ຫຼື ນາບຂູ່ບັນດາຜູ້ເຂົ້າຮ່ວມບັ້ນຊ່ວຍບັນເທົ່າທຸກມະນຸດສະທຳ; ກ່າວປະນາມບັນດາການບຸກໂຈມຕີ ແນໃສ່ຄະນະຊ່ວຍບັນເທົ່າທຸກມະນຸດສະທຳ, ຂີດຂວາງ, ທຳລາຍວັດຖຸອຸປະກອນ ແລະ ພາຫະນະໄປມາຂອງເຂົ້າເຈົ້າ. ມະຕິກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງໃນການປະທະກັນອະນຸຍາດໃຫ້ກຳລັງຊ່ວຍບັນເທົ່າທຸກມະນຸດສະທຳ “ເຂົ້າພົບໂດຍບໍ່ຈຳກັດ” ບັນດາຜູ້ຕ້ອງການໄດ້ຮັບການຊ່ວຍເຫຼືອ…