ສະພາຄວາມໝັ້ນຄົງສປຊ ລົງໂທດພວກກະບົດອີຣັກ

ສະພາຄວາມໝັ້ນຄົງສປຊ ລົງໂທດພວກກະບົດອີຣັກ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 15/08, ສະມາຊິກ​ທັງ​ໝົດ 15 ຄົນຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ມະຕິ​ລົງ​ໂທດ​ບັນດາ​ຫົວໜ້າ​ກຸ່ມພວກ​ກະບົດທີ່​ໄດ້ຂະ​ໜາມ​ນາມ​ວ່າ​ແມ່ນ​​ລາຊະ​ອານາຈັກ​ອິດສະ​ລາມ​ຢູ່​ອີຣັກ. ມະຕິ​ດັ່ງກ່າວ​ກໍ່​ນາບ​ຂູ່​ລົງ​ໂທດ​ທັງ​ສ່ວນ​ບຸກຄົນ ຫຼື​ອົງການ​ໃດ​ທີ່​ຮັບ​ບຸກຄະລາ​ກອນ, ສະໜອງ​ເງິນຕາ ຫຼື​ອາວຸດ​ໃຫ້​ພວກ​ກະບົດທີ່ພວມກໍ່​ຄວາມ​ວຸນວາຍຢູ່​ປະ​ເທດ​ເຂດ​ອ່າວ​ນີ້. ມະຕິ​ດັ່ງກ່າວ​ກໍ່​ແນ​ໃສ່​ກຳລັງ​ປະກອບ​ອາວຸດ Al Qeada ຢູ່​ຊີຣີ ​ແມ່ນ​ແນວ​ໂຮມ Nusra. ປະຈຸ​ບັນ​ທັງ 2 ກຸ່ມກະບົດນີ້​ລ້ວນ​ແຕ່​ນອນ​ໃນ​ບັນຊີ​ລາຍ​ຊື່​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ ຍ້ອມ​ກ່ຽວ​ຂ້ອງ​ເຖິງ​ເຄືອຄ່າຍກໍ່​ການ​ຮ້າຍ Al Qeada.

ຂ່າວ/ບົດ​ອື່ນ