(ພາບປະກອບ)
(vovworld) - ພ້ອມກັບເລື່ອງກ່າວປະນາມເຫດຍິງລູກສອນໄຟໃໝ່ຂອງສປປເກົາຫຼີ, ວັນທີ 18/03, ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍ່ກະຕຸກຊຸກຍູ້ ພຽງຢາງ ລະງັບບັນດາການກະທຳທີ່ສາມາດເຮັດໃຫ້ສະພາບການໃນແຫຼມ ເກົາຫຼີ ເຄັ່ງຕຶງຂຶ້ນ. ໃນຖະແຫຼງການທີ່ຍົກອອກມາພາຍຫລັງກອງປະຊຸມດ່ວນກ່ຽວກັບບັນຫາ ເກົາຫຼີ, ສະພາຄວາມໝັ້ນຄົງ ເນັ້ນໜັກວ່າ: ບັນດາເຫດຍິງລູກສອນໄຟນຳວິຖີທັງໝົດ ແມ່ນບໍ່ສາມາດຍອມຮັບໄດ້, ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ, ວາງອອກໄພນາບຂູ່ເຖິງຄວາມສະຫງົບປອດໄພໃນພາກພື້ນ ແລະ ໂລກ. ບັນດາປະເທດສະມາຊິກ ລ້ວນແຕ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາເຫດຍິງລູກສອນໄພດັ່ງກ່າວ. ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ Ban Ki – moon ເນັ້ນໜັກວ່າ ສະພາບການໃນແຫຼມເກົາຫຼີ, ລວມມີບັນດາເຫດຍິງລູກສອນໄຟມໍ່ໆມານີ້ ແມ່ນວິຕົກກັງວົນທີ່ສຸດ.