ສະພາຄວາມໝັ້ນຄົງສປຊຮຽກຮ້ອງຝ່າຍຕ່າງໆຢູ່Yemenສາມັກຄີກັນ
ຄະນະລັດຖະບານYemen
( ພາບ: AFP/TTXVN)
(vovworld) - ວັນທີ 8/11, ສະພາຄວາມໝັ້ນຄົງ ສປຊ ໄດ້ຊົມເຊີຍການສ້າງຕັ້ງລັດຖະບານໃໝ່ຢູ່ Yemen , ພ້ອມທັງຮຽກຮ້ອງຝ່າຍຕ່າງໆ ແລະ ກຳລັງການເມືອງຢູ່ປະເທດນີ້ສາມັກຄີກັນພາຍໃຕ້ການຊີ້ນຳນຳພາຂອງປະທານາທິບໍດີ Abdu Rabbo Mansour Hadi ແລະ ນາຍົກລັດຖະມົນຕີ Khaled Bahah ພ້ອມກັບຄະນະລັດຖະບານໃໝ່ ເພື່ອແນໃສ່ນຳມາເຊິ່ງສະຖຽນລະພາບ ແລະ ຄວາມໝັ້ນຄົງໃຫ້ແກ່ປະເທດຊາດ.
ໃນວັນດຽວກັນ, ຂ້າຫຼວງໃຫຍ່ຮັບຜິດຊອບນະໂຍບາຍການຕ່າງປະເທດຂອງສະຫະພາບເອີລົບ (EU) Federica Mogherini ກໍ່ໄດ້ຢືນຢັນວ່າ ເລື່ອງສ້າງຕັ້ງລັດຖະບານໃໝ່ຢູ່ Yemen ແມ່ນບາດກ້າວເດີນທີ່ສຳຄັນໃນຄວາມມານະພະຍາຍາມປະຕິບັດການປະຕິຮູບດ້ານການເມືອງ ແລະ ເສດຖະກິດ ເພື່ອແນໃສ່ກ້າວໄປເຖິງການປະຕິບັດສຳເລັດວິວັດການຂ້າມຜ່ານຢູ່ປະເທດນີ້. ຕາມທ່ານນາງ Mogherini ແລ້ວ, ປະຈຸບັນແມ່ນຈຸດເວລາທີ່ສຳຄັນ ເພື່ອໃຫ້ບັນດາກຳລັງການເມືອງຢູ່ Yemen ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແນໃສ່ສະໜັບສະໜູນລັດຖະບານໃໝ່ປະຕິບັດການປະຕິຮູບທີ່ມີລັກສະນະຕັດສິນ, ແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ Yemen ທຸກຄົນ, ຍົກສູງຄວາມໝັ້ນຄົງດ້ານການເງິນ ແລະ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ.