ສະພາຄວາມໝັ້ນຄົງສປຊເນັ້ນໜັກເຖິງຄວາມຈຳເປັນຕໍ່ສູ້ຕ້ານIS,Al-Qaeda

ສະພາຄວາມໝັ້ນຄົງສປຊເນັ້ນໜັກເຖິງຄວາມຈຳເປັນຕໍ່ສູ້ຕ້ານIS,Al-Qaeda - ảnh 1
ທ່ານ​ນາງ Samantha Power ກ່່່າວ​ຄຳ​ເຫັນ​ທິ່ກອງ​ປະ​ຊຸມ
(ພາບ: EPA/TTXVN)

(vovworld) – ວັນ​ທີ 11/5, ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ປຶ​ກສາ​ຫາລື​ກ່ຽວ​ກັບ​ບັນດາ​ໄພ​ຂົມ​ຂູ່​ເຖິງ​ສັນຕິ​ພາບ ​ແລະ ຄວາ​ມສະຫງົບ​ປອດ​ໄພສາກົນ. ສະພາ​ຄວາມ​ໝັ້ນຄົງ ສປຊ ​ຖື​ວ່າໃນ​ສະພາບ​ການ​ປະຈຸ​ບັນ, ​ເລື່ອງ​ຕໍ່ສູ້​ຕ້ານ​ຄື​ນອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ, ​ເຄືອ​ຂ່າ​ຍກໍ່​ການ​ຮ້າຍ​ສາກົນ Al – Qaeda ​ແລະ ບັນດາ​ສ່ວນ​ບຸກຄົນ, ອົງການ​ກ່ຽວຂ້ອງ​​ແມ​່ນບັນຫາ​ເຄັ່ງຮ້ອນ, ດັ່ງ​ນັ້ນ​ບັນດາ​ປະ​ເທດ​ຕ້ອງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່ສູ້​ຕ້ານ​ຄືນ​ການກໍ່​ກາ​ນຮ້າຍ. ຕາມ​ສະພາ​ຄວາມ​ໝັ້ນຄົງ ສປຊ, ປະຊາ​ຄົມ​ໂລກ​ຕ້ອງ​ຊອກ​ຮູ້​ກຳລັງ​ໜູນ​ຊຸກຍູ້​ບັນດາ​​ເປົ້າ​ໝາຍ​ກໍ່​ການຮ້າຍ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫ​ວບຸກ​ໂຈມ​ຕີ, ​ຄັດ​ເລືອກ​ສະມາຊິກ, ພັດທະນາ​ບັນດາພາຫະນະ​ສື່ສານ​ຮັບ​ໃຊ້​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ຕ້ານ​ກໍ່​ການ​ຮ້າຍ, ພິ​ເສດ​ແມ່ນ​ການ​ຕ້ານ​ຄືນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​​ແກ່​ດຶງ, ​ຄັດ​ເລືອກ​ສະມາຊິກ​ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​​ເນັດ​ຂອງ​ບັນດາ​ເປົ້າ​ໝາຍ​ກໍ່​ກາ​ນຮ້າຍ.


ຂ່າວ/ບົດ​ອື່ນ