ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ຍົກອອກຖະແຫຼງການກ່ຽວກັບເຫດຍິງລູກສອນໄຟຂອງສປປເກົາຫຼີ
ສະພາຄວາມໝັ້ນຄົງ ສະຫະປະຊາຊາດ
(ພາບ: EPA/TTXVN)
(vovworld) - ວັນທີ 03/08 ຕາມຄວາມຮຽກຮ້ອງຂອງ ຍີ່ປຸ່ນ ແລະ ອາເມລິກາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຈັດຕັ້ງກອງປະຊຸມດ່ວນປຶກສາຫາລື ກ່ຽວກັບເຫດ ສປປ.ເກົາຫຼີ ຍິງລູດສອນໄຟນຳວິຖີໄລຍະກາງ Rodong ໃນຕອນເຊົ້າວັນທີ 03/08. ເຖິງຢ່າງໃດກໍ່ຕາມ, ພາຍຫລັງກອງປະຊຸມປິດລັບທີ່ແກ່ຍາວເປັນເວລາ 2 ຊົ່ວໂມງ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ອອກຖະແຫຼງການກ່ຽວກັບບັນຫານີ້ໄດ້.
ກ່າວຄຳເຫັນທີ່ພາຍຫລັງກອງປະຊຸມ, ທ່ານ Samantha Power ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສະຫະປະຊາຊາດ ຮຽກຮ້ອງສະພາຄວາມໝັ້ນຄົງຄວນມີ “ປະຕິກິລິຍາຢ່າງວ່ອງໄວ ແລະ ແຮງ”, ພ້ອມທັງ ຢືນຢັນວ່າ: ເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນຄັ້ງນີ້ ແມ່ນໄພນາບຂູ່ຢ່າງຮ້າຍແຮງເຖິງສັນຕິພາບ ແລະ ຄວາມສະຫງົບປອດໄພໃນພາກພື້ນ. ກ່ອນນັ້ນ ໃນວັນດຽວກັນ, ທ່ານ Stephane Dujarric ໂຄສົກຂອງເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki-moon ໃຫ້ຮູ້ວ່າ: ສະຫະປະຊາຊາດ “ວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ບັນດາເຫດທົດລອງລູກສອນໄຟຂອງ ສປປ.ເກົາຫຼີ ໃນໄລຍະມໍ່ມານີ້ ພ້ອມທັງ ຮຽກຮ້ອງ ພຽງຢາງ ເອົາໃຈໃສ່ເຖິງຄຳຮຽກຮ້ອງຂອງປະຊາຄົມສາກົນ ປາດຖະໜາວ່າ ປະເທດນີ້ ຈະຢຸດຕິບັນດາການກະທຳເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນເພີ່ມຂຶ້ນ ແລະ ກັບຄືນວິວັດທະນາການເຈລະຈາຢ່າງເຂັ້ມງວດ.