ສະພາຄວາມໝັ້ນຄົງສະຫະປະຊາຊາດປະຕິເສດຮ່າງມະຕິ2ສະບັບຂອງຝລັ່ງແລະລັດເຊຍ

ສະພາຄວາມໝັ້ນຄົງສະຫະປະຊາຊາດປະຕິເສດຮ່າງມະຕິ2ສະບັບຂອງຝລັ່ງແລະລັດເຊຍ - ảnh 1
ສະພາຄວາມໝັ້ນຄົງສະຫະປະຊາຊາດ
ປະຕິເສດຮ່າງມະຕິ2ສະບັບຂອງຝລັ່ງແລະລັດເຊຍ
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ວັນ​ທີ 08/10, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ດຳ​ເນີນ​ການ​ປ່ອນ​ບັດ 2 ຄັ້ງ ກ່ຽວ​ກັບ​ຮ່າງ​ມະ​ຕິ 2 ສະບັບ​ກ່ຽວ​ກັບ​ສົງ​ຄາມ​ຊີ​ຣີ ໂດຍ​ຝ​ລັ່ງ ແລະ ລັດ​ເຊຍ ຮຽບ​ຮຽງ. ຮ່າງ​ມະ​ຕິ​ຂອງ​ຝ​ລັ່ງ, ໃນ​ນັ້ນ​ສະ​ເໜີ​ຢຸ​ດ​ຕິ​ບັນ​ດາ​ການ​ບຸກ​ໂຈ​ມ​ຕີ​ທາງ​ອາ​ກາດ ແລະ ບັນ​ດາ​​ຖ້ຽວ​ບິນ​ດ້ານ​ການ​ທະ​ຫານ​ຢູ່​ເຂດ​ນ່ານ​ຟ້າ​ນະ​ຄອນ Aleppo ຂອງ​ຊີ​ຣີ ໂດຍ​ທັນ​ທ​ີ່, ພ້ອມ​ທັງ​ຮຽກ​ຮ້ອງ​ຄຳ​ສັ່ງ​ຢຸດ​ຍິງ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ການ​ສົ່ງ​​ເຄື່ອງ​ຊ່ວຍ​ເຫຼືອ​ນຸດ​ສະ​ທຳ​ເຖິງ​ທຸກ​ໆ​ແທບ​ຖິ່ນ​ຂອງ​ຊີ​ຣີ, ໄດ້​ຖືກ​ປະ​ລາ​ໄຊ​ຍ້ອນ​ບັດ​ປະ​ຕິ​ເສດ​ຂອງ​ລັດ​ເຊຍ. ກ່ອ​ນ​ທີ່​ດຳ​ເນີນ​ການ​ປ່ອນ​ບັດ, ລັດ​ເຊຍ ໄດ້​ສະ​ແດງ​ທັດ​ສະ​ນະ​ບໍ່​ເຫັນ​ດີ​ກັບ​ຮ່າງ​ມະ​ຕິ ຍ້ອນ​ມີ​ບາງ​​ບັນ​ຫາ​ເຊິ່ງ​ມົດ​ສະ​ກູ ຖື​ວ່າບໍ່​ສາ​ມາດ​ຮັບ​ຮູ້​ໄດ້ ຍ້ອນ​ຫັນ​ບັນ​ຫາ​​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ເປັນ​ບັນ​ຫາການ​ເມືອງ.

        ໃນ​ເວ​ລາ​ທີ່ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ດຳ​ເນີນ​ການ​ປ່ອນ​ບັດ​ກ່ຽວ​ກັບ​ບັນ​ດາ​ມະ​ຕິ​ດັ່ງ​ກ່າວ, ຢູ່​ຊີ​ຣີ, ບັນ​ດາ​ກຳ​ລັງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Bashar al Assad, ດ້ວຍ​ການ​ໜູນ​ຊ່ວຍ​ຂອງກອງ​ທັບ​ອາ​ກາດ​ລັດ​ເຊຍ ແລະ ບັນ​ດາ​ມື​ປືນ​ຂອງ​ອີ​ຣານ, ລີ​ບານ ແລະ ອີ​ຣັກ ທາງ​ບົກ, ຍາດ​ໄດ້​ທ່າ​ແຮງ​ຢູ່​ເຂດ​ອ້ອມ​ແ​ອ້ມ​ສະ​ໜາມ​ຣົບ Aleppo.

ຂ່າວ/ບົດ​ອື່ນ