ສະພາຕໍ່່າ ອັງກິດ ຈະບໍລິຫານ Brexit ໃນເວລາ 1 ວັນ ແທນລັດຖະບານ ອັງກິດ

(VOVWORLD) -ສະພາຕໍ່າອັງກິດ ໄດ້ຈັດຕັ້ງການປ່ອນບັດຮັບຮອງເອົາກົດໝາຍສະບັບປັບປຸງ ກ່ຽວກັບການອະນຸຍາດໃຫ້ ສະພາຕໍ່າ ອັງກິດ ບໍລິຫານ Brexit ແທນລັດຖະບານ ອັງກິດ ໃນວັນທີ 27 ມີນາ ຈະມາເຖິງ.

ຕອນຄໍ່າວັນທີ 25 ມີນາ, ສະພາຕໍ່າອັງກິດ ໄດ້ຈັດຕັ້ງການປ່ອນບັດຮັບຮອງເອົາກົດໝາຍສະບັບປັບປຸງ ກ່ຽວກັບການອະນຸຍາດໃຫ້ ສະພາຕໍ່າ ອັງກິດ ບໍລິຫານ Brexit ແທນລັດຖະບານ ອັງກິດ ໃນວັນທີ 27 ມີນາ ຈະມາເຖິງ. ຕາມແຜນການແລ້ວ, ບັນດາສະມາຊິກລັດຖະສະພາ ອັງກິດ ຈະດໍາເນີີນບັນດາວາລະປ່ອນບັດກໍານົດທິດ ເພື່ອແນໃສ່່ຊອກຫາມາດຕະການປ່ຽນແທນໃຫ້ຂໍ້ຕົກລົງ Brexit ເຊິ່ງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ເຈລະຈາກັບ ສະຫະພາບເອີຣົບ. ນີ້ໄດ້ຮັບຖືວ່າ ແມ່ນວິທີເພື່ອໃຫ້ສະພາຕໍ່າ ອັງກິດ ຊອກຫາມາດຕະການ Brexit ທີ່ດີກວ່າ ຫຼື ຍັງໄດ້ເອີ້ນວ່າ “ຮູບແບບ ນ໋ອກແວ”, ໝາຍຄວາມວ່າ ຍັງຄົງຮັກສາບັນດາການພົວພັນອັນແໜ້ນແຟ້ນລະຫວ່າງ ອັງກິດ ແລະ ສະຫະພາບເອີຣົບ ແຕ່ບໍ່ແມ່ນສະມາຊິກຂອງກຸ່ມນີ້.

        ພາຍຫຼັງສິ້ນສຸດວາລະປ່ອນບັດ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ ຕໍາໜິຕິຕຽນຄໍາຕັດສິນດັ່ງກ່າວຂອງ ສະພາຕໍ່າອັງກິດວ່າ ແມ່ນການກະທໍາທີ່ບໍ່ດີ ແລະ ຖືວ່າ ເລື່ອງແກ່ຍາວ Brexit ກາຍກໍານົດເວລາໃນວັນທີ 22 ພຶດສະພາ 2019 ຈະບັງຄັບໃຫ້ບັນດາຜູ້ມີສິດເລືອກຕັ້ງຂອງ ອັງກິດ ເຂົ້າຮ່ວມການເລືອກຕັ້ງ ເອີຣົບ ໃນທ້າຍເດືອນ ພຶດສະພາ 2019 ແລະ ເວລານັ້ນ ປະເທດອັງກິດ ຈະບໍ່ອາດຍາດໄດ້ສິດຄວບຄຸມບັນດາບັນຫາຄື ສ້າງກົດໝາຍ ຫຼື ຄວບຄຸມເສັ້ນຊາຍແດນຢ່າງສິ້ນເຊີງ. ທ່ານນາງ Theresa May ກໍຖະແຫຼງວ່າ ລັດຖະບານ ອັງກິດ ຈະບໍ່ໃຫ້ຄໍາໝັ້ນສັນຍາປະຕິບັດຕາມບັນດາຄໍາສະເໜີແນະ0ເຊິ່ງສະພາຕໍ່າອັງກິດ ຈະຍົກອອກມາໃນວັນທີ 27 ມີນານີ້ ຖ້າຫາກວ່າ ບໍ່ຮູ້ຊັດເຈນວ່່າສິ່ງນັ້ນແມ່ນຫຍັງ./.

ກວາງຢຸງ - ນັກຂ່າວ VOV ປະຈໍາ ຝລັ່ງ.


 

ຕອບກັບ

ຂ່າວ/ບົດ​ອື່ນ