ສະພາຕໍ່າອັງຊັງຕິນຍົກສູງຄວາມໝາຍອັນໃຫຍ່ຫຼວງຂອງການປະວິວັດຫວຽດນາມ
(ພາບປະກອບ: TTXVN)
(vovworld) – ວັນທີ 26/08, ສະພາຕໍ່າອັກຊັງຕິນ ຮັບຮອງເອົາຖະແຫຼງການຕີລາຄາສູງຄວາມໝາຍການປະຕິວັດຫວຽດນາມ ໃນປະຫວັດສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດຫວຽດນາມ (02/09/1945 – 02/09/2015). ຖະແຫຼງການຂອງສະພາຕໍ່າອັກຊັງຕິນ ໄດ້ທົບທວນຄືນບັນດາຂີດໝາຍປະຫວັດສາດສຳຄັນຂອງປະເທດຫວຽດນາມ ນັບແຕ່ໄລຍະພວກລ່າເມືອງຂຶ້ນຝລັ່ງ ເຂົ້າມາຮຸກຮ້ານ ແລະ ບຸກໂຈມຕີທ່າກໍ່າປັ່ນ ດ່ານັ້ງ ເມື່ອປີ 1858. ຖະແຫຼງການສິ້ນສຸດດ້ວຍຄຳຍ້ອງຍໍ 70 ປີແຫ່ງການຕໍ່ສູ້ຢ່າງພິລະອາດຫານເພື່ອປົກປັກຮັກສາເອກະລາດຊົນຊາດ ແລະ ສ້າງສາປະເທດຊາດຂອງປະຊາຊົນຫວຽດນາມ ແລະ ຢືນຢັນວ່າ, ຊາດຫວຽດນາມ ສົມເປັນທີ່ໄດ້ຮັບສັນຕິພາບ.