ສະ​ພາຕ່ຳ ຟີ​ລິບ​ປິນ ຮັບ​ຮອງ​ເອົາ​ມະ​ຕິ ວ່າ​ດ້ວຍ​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ

(VOVWORLD) - ສະພາຕ່ຳ ຟິລິບປີນໄດ້ຮັບຮອງເອົາມະຕິວ່າດ້ວຍການຊຸກຍູ້ການພົວພັນກັບຫວຽດນາມ ໃນວາລະກອງປະຊຸມຄົບຄະນະ ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 21 ພະຈິກ, ກ່ອນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢ້ຽມຢາມສາທານະລະລັດ ຟີລິບປິນ ຢ່າງເປັນທາງການ ໃນວັນທີ 23 ພະຈິກ.
ສະ​ພາຕ່ຳ ຟີ​ລິບ​ປິນ ຮັບ​ຮອງ​ເອົາ​ມະ​ຕິ ວ່າ​ດ້ວຍ​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ - ảnh 1ກອງປະຊຸມໜຶ່ງຢູ່ສະພາຕ່ຳ (ພາບ: congress.gov.ph)

ມະຕິໄດ້ລະບຸຢ່າງຈະແຈ້ງໃນ 10 ສະມາຊິກລັດຖະສະພາ ຂອງກອງປະຊຸມໃຫຍ່ສະມັດຊາໃຫຍ່ລັດຖະສະພາ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (AIPA), ຟີລິບປິນ ແລະ ຫວຽດນາມ ໄດ້ສ້າງສາຍພົວພັນພິເສດຜ່ານຫຼາຍປີ, ພ້ອມກັນມຸ່ງໄປສູ່ສັນຕິພາບ ແລະ ປະສິດທິຜົນໃນການຮ່ວມມືພາກພື້ນ. ໂດຍເປັນສະມາຊິກ ຂອງ ອາຊຽນ, ຟີລິບປິນ ໄດ້ຕີລາຄາສູງຄວາມສຳຄັນຂອງການຮັກສາມິດຕະພາບ ກັບປະເທດສະມາຊິກທີ່ຂຶ້ນກັບ ອາຊຽນ, ພິເສດແມ່ນຕໍ່ກັບຫວຽດນາມ, ສະພາຕ່ຳ ຟີລິບປິນ ຕົກລົງສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຟິລິບປິນ - ຫວຽດນາມ ໄດ້ສະແດງໃຫ້ເຫັນເຖິ່ງການຕັດສິນໃຈເພີ່ມທະວີການຮ່ວມມືກັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ