ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ບັນ​ດາ​ໂທດ​ກຳ​ກໍ່​ຄວາມ​ອາ​ຄາດ​ບາດ​ໝາງ​ສຳ​ລັບ​ຊາວ​ເຊື້ອ​ຊາດ ອາ​ຊີ

(VOVWORLD) -ດ້ວຍຈຳນວນບັດເຫັນດີ 364 ບັດ ແລະ ບັດຄ້ານ 62 ບັດ, ວັນທີ 18 ພຶດສະພາ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຕ້ານບັນດາໂທດກຳກໍ່ຄວາມອາຄາດບາດໝາງສຳລັບຊາວເຊື້ອຊາດ ອາຊີ.
ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ບັນ​ດາ​ໂທດ​ກຳ​ກໍ່​ຄວາມ​ອາ​ຄາດ​ບາດ​ໝາງ​ສຳ​ລັບ​ຊາວ​ເຊື້ອ​ຊາດ ອາ​ຊີ - ảnh 1ຜູ້ຕາງໜ້າສະພາຄຕ່ຳ ອາເມລິກາ ກ່າວຄຳເຫັນຢູ່ວັງ Capitol, ໃນວັນທີ 18/05 (ພາບ: Reuters)

 ຮ່າງກົດໝາຍດັ່ງກ່າວ ໄດ້ການຮັບຮອງເອົາຢູ່ສະພາສູງ ແລ້ວ ແລະ ຈະໄດ້ຍື່ນສະເໜີຕໍ່ທ່ານປະທານາທິບໍດີ Joe Biden ລົງນາມໃຫ້ເປັນກົດໝາຍ. ເມື່ອກາຍເປັນກົດໝາຍແລ້ວ, ເອກະສານສະບັບດັ່ງກ່າວ ຈະແມ່ນພື້ນຖານເພື່ອໃຫ້ກະຊວງຍຸຕິທຳ ອາເມລິກາ ສຳຫຼວດກວດຄືນບັນດາໂທດກຳທີ່ກໍ່ຄວາມອາຄາດບາດໝາງ ກ່ຽງຂ້ອງເຖິງໂລກລະບາດໂຄວິດ - 19, ການໜູນຊ່ວຍຂອງລັດຕ່າງໆ, ສ້າງຕັ້ງໂທລະສັບສາຍດ່ວນ ແລະ ຝຶກອົບຮົມວິທີການປ້ອງກັນ, ຕ້ານ ແລະ ກຳນົດບັນດາໂທດກຳກໍ່ຄວາມອາຄາດບາດໝາງ, ຊີ້ນຳໃຫ້ບັນດາອົງການກ່ຽວຂ້ອງ ສົມທົບກັບບັນດາອົງການຈັດຕັ້ງວົງຄະນະຍາດ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບໂທດກຳກໍ່ຄວາມອາຄາດບາດໝາງໃນໄລຍະເກີດໂລກລະບາດ.

        ນັບແຕ່ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຢູ່ ອາເມລິກາ ໃນເດືອນ ມີນາ 2020, ໄດ້ມີຫຼາຍກວ່າ 6.000 ກໍລະນີຈຳແນກການປະພຶດ ແລະ ໃຊ້ຄວາມຮຸນແຮງສຳລັບຊາວ ອາເມລິກາ ເຊື້ອຊາດ ອາຊີ ແລະ ເກືອບ 2/3 ຈຳນວນກໍລະນີດັ່ງກ່າວ ແມ່ນແນ່ໃສ່ແມ່ຍິງ.

ຟ້າມຮວນ - ນັກຂ່າວ VOV ປະຈຳ ອາເມລິກາ.


 

ຕອບກັບ

ຂ່າວ/ບົດ​ອື່ນ