(vovworld) - ວັນທີ 23/1, ດ້ວຍບັດເຫັນດີ 285 ບັດ ແລະ ບັດຄັດຄ້ານ 144 ບັດ, ສະພາຕຳ່ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍເພື່ອແນໃສ່ເປີດກ້ວາງກຳນົດເວລາຊຳລະໜີ້ສິນຮອດວັນທີ 19/5, ພ້ອມທັງອະນຸຍາດໃຫ້ລັດຖະບານສະຫະລັດ ສືບຕໍ່ແກ້ໄຂບ້ວງຊຳລະໜີ້ສິນ. ມາດຕະການດັ່ງກ່າວ ໂດຍບັນດາສະມາຊິກສະພາແຫ່ງຊາດພັກສາທາລະນະລັດ ທີ່ສະພາຕຳ່ ສະເໜີ, ຈະແກ້ໄຂວິກິດການບໍ່ສາມາດຊຳລະໜີ້ສິນໄດ້, ພ້ອມທັງຈັດຕາຕະລາງໃຫ້ການປຶກສາຫາລື ກ່ຽວກັບງົບປະມານຂອງລັດຖະບານ ອາເມລິກາ ໄລຍະຕໍ່ໄປ. ທ່ານ Harry Reid, ຫົວໜ້າກຸ່ມສະມາຊິກສະພາແຫ່ງຊາດ ຂຶ້ນກັບພັກປະຊາທິປະໄຕ ເຊິ່ງກວມທີ່ນັ່ງຈຳນວນຫຼາຍຢູ່ສະພາສູງ ອາເມລິກາ ໃຫ້ຮູ້ວ່າ ສະພາສູງຈະຮັບຮອງເອົາຮ່າງກົດໝາຍດັ່ງກ່າວໂດຍໄວ ແລະ ຍື່ນສະເໜີຮ່າງກົດໝາຍດັ່ງກ່າວຂຶ້ນທຳນຽບຂາວ ເພື່ອໃຫ້ປະທານາທິບໍດີ Barak Obama ໃຫ້ສັດຕະຍາບັນເປັນກົດໝາຍ.