ສະພາຕ່ຳອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກ່າວປະນາມການກໍ່ລັດຖະປະຫານຢູ່ມຽນມາ
(VOVWORLD) -ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກ່າວປະນາມການກໍ່ລັດຖະປະຫານຢູ່ມຽນມາ ໃນສະພາບບັນດານັກສ້າງກົດໝາຍໄດ້ຕຳໜິຕິຕຽນຍຸດທະວີທີທີ່ນັບມື້ນັບຮ້າຍກາດ
ຜູ້ແຫ່ຂະບວນປະທ້ວງຢູ່ມຽນມາ
(ພາບປະກອບ: AFP/TTXVN)
|
ວັນທີ 19 ມີນາ, ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກ່າວປະນາມການກໍ່ລັດຖະປະຫານຢູ່ມຽນມາ ໃນສະພາບບັນດານັກສ້າງກົດໝາຍໄດ້ຕຳໜິຕິຕຽນຍຸດທະວີທີທີ່ນັບມື້ນັບຮ້າຍກາດ ເຊິ່ງໄດ້ນຳໃຊ້ເພື່ອປາບປາມບັນດາການແຫ່ຂະບວນປະທ້ວງ ນັບແຕ່ເມື່ອລັດຖະບານໂດຍປະຊາຊົນເລືອກຕັ້ງຂອງທ່ານນາງ Aung Sun Suu Kyi ຖືກໂຄ່ນລົ້ມເມື່ອວັນທີ 01 ກຸມພາ ຜ່ານມາ. ຮ່າງກົດໝາຍດັ່ງກ່າວໄດ້ຮັບການຮັບຮອງເອົາດ້ວຍອັດຕາການສະໜັບສະໜູນຢ່າງຂາດຂັ້ນ ດ້ວຍບັດເຫັນດີ 398 ບັດ ແລະ ບັດຂາວ 14 ບັດ, ຕາມນັ້ນແລ້ວໄດ້ກ່າວປະນາມການກໍ່ລັດຖະປະຫານ ແລະ ເລື່ອງຈັບຕົວບັນດາການນຳພົນລະເຮືອນຂອງມຽນມາ, ຮຽກຮ້ອງໃຫ້ປ່ອຍຕົວຜູ້ຖືກຈັບຕົວທຸກຄົນ ແລະ ບັນດາຜູ້ໄດ້ຮັບການເລືອກຕັ້ງ ເພື່ອສືບຕໍ່ປະຕິບັດໜ້າທີ່ຮັບໃຊ້ໃນສະພາແຫ່ງຊາດ.
ກ່ອນໜ້ານັ້ນ, ຕາມແຫຼ່ງຂ່າວສາກົນ, ການປະທະກັນລະຫວ່າງຕຳຫຼວດ ແລະ ຜູ້ແຫ່ຂະບວນປະທ້ວງຢູ່ມຽນມາ ໃນວັນທີ 14 ມີນາ, ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 38 ຄົນເສຍຊີວິດ ແລະ 40 ຄົນຮັບບາດເຈັບ.