ສະພາຕຳ່ອາເມລິກາຍູ້ໄວວິວັດການເຈລະຈາTPP
(ພາບປະກອບ)
(vovworld) – ເພື່ອຍູ້ໄວວິວັດການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ວັນທີ 10/6, ສະພາຕຳ່ອາເມລິກາ ປະກາດຈະຮັບຮອງເອົາຮ່າງກົດໝາຍມອບສິດເຈລະຈາໃຫ້ປະທານາທິບໍດີອາເມລິກາ Barack Obama. ປະທານສະພາຕຳ່, ສະມາຊິກລັດຖະສະພາພັກສາທາລະນະ John Bochner, ໃຫ້ຮູ້ວ່າ, ດ້ວຍການປະນິປະນອມທີ່ໄດ້ເຫັນດີເຫັນພ້ອມກັບບັນດາຜູ້ຮ່ວມງານພັກປະຊາທິປະໄຕ, ຮ່າງກົດໝາຍກ່ຽວກັບສິດຊຸກຍູ້ການເຈລະຈາ (TPA), ຈະຖືກນຳມາປ່ອນບັດຕໍ່ສະພາຕຳ່ໃນສັບປະດານີ້. ຖ້າສະພາຕຳ່ອາເມລິກາຮັບຮອງເອົາ. ນີ້ຈະແມ່ນໄຊຊະນະຂອງອຳນາດການປົກຄອງ ປະທານາທິບໍດີອາເມລິກາ Barack Obama, ຜູ້ທີ່ຖືເລື່ອງສິ້ນສຸດTPP ກັບ 11 ຄູ່ຮ່ວມມືອາຊີ - ປາຊີຟິກ ແມ່ນບຸລິມາສິດໃນນະໂຍບາຍການຕ່າງປະເທດ ຂອງຕົນ ອາຍຸການທີ 2 ນີ້. ຮ່າງກົດໝາຍນີ້ ມອບສິດເຈລະຈາ ແລະ ຂໍ້ຕົກລົງທັງໝົດຂອງ TPP ໃຫ້ທຳນຽບຂາວ. ພາຍຫຼັງການເຈລະຈາສຳເລັດ, ສະພາແຫ່ງຊາດອາເມລິກາ ພຽງແຕ່ມີສິດໃຫ້ສັດຕະຍາບັນ ຫຼື ປະຕິເສດເທົ່ານັ້ນ, ຫາກບໍ່ມີສິດປັບປຸງບັນດາຂໍ້ມາດຕາທີ່ໄດ້ເຫັນດີເປັນເອກະສັນນຳກັນ.