ສະພາບການຢູ່ ຊີຣີ ສືບຕໍ່ເຄັ່ງຕຶງຂຶ້ນຕື່ມ

ສະພາບການຢູ່ ຊີຣີ ສືບຕໍ່ເຄັ່ງຕຶງຂຶ້ນຕື່ມ  - ảnh 1
ພາບປະກອບ:internet

(vovworld) - ວັນ​ທີ 6/11,​ ນະຄອນຫລວງ Damascus ຂອງ ຊີຣີ ສືບ​ຕໍ່​ເກີດ​ເຫດ​ວາງ​ລະ​ເບີດ​ ພາຍຫລັງ​ມື້ຫນຶ່ງທີ່​ເກີດ​ເຫດການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເຮັດ​ໃຫ້ 250 ຄົນ​ຖືກ​ເສຍ​ຊີວິດ. ​ເຫດ​ວາງ​ລະ​ເບີດ​ທີ​ຄັ້ງຫນຶ່ງ​ແມ່ນ​ເກີດ​ຂຶ້ນ​ໃນ​​ຍາມ​ຮຸ່ງ​ເຊົ້າ​ຢູ່​ບໍລິ​ເວນ Mudamiya ມໍ່​ກັບ Damascus, ​ເຮັດ​​ໃຫ້​ຫລາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາ​ດ​ເຈັບ ​ແລະ ​ກໍ​ຄວາມ​ເສຍ​ຫາຍ​ດ້ານ​ວັດຖຸຢ່າງຫນັກ​ຫນ່ວງ. ​ໃນ​ຂະນະ​ນັ້ນ ກຳລັງ​ທະຫານ​ຂອງ​ລັດຖະບານ​ສືບ​ຕໍ່​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ໃສ່​ເຂດ Damascus, ​ທາງ​ທິດ​ເຫນືອນະ​ຄອນ Aleppo, ທາງ​ທິດຕ​າ​ເວັນ​ອອກນະຄອນ Deir Ezzor, ກໍ​ຄື​ເທດສະບານ Maaret al-Numan ທາງ​ທິດຕາ​ເວັນ​ອອກສຽງ​ເຫນືອ Idlib ຊຶ່ງ​ແມ່ນ​ສະຖາ​ນທີ່​ກຳລັງ​ຝ່າຍ​ຄ້ານ​ຕັ້ງ​ທັບ​ກ່ອນ​ນີ້​ເກືອບ​ຫນຶ່ງ​ເດ​ືອນ. ຕາມ​ການ​ສະຖິຕິ​ໃນ​ເບື້ອງ​ຕົ້ນ​ຂອງ​ອົງການ​ຕິດຕາມ​ກວດກາ​ສິດທິ​ມະນຸດ ຊີ​ຣິ ​ແລ້ວ, ຈຳ​ນວນ​ຜູ້​ເສຍ​ຊີວິດ​​ໃນ​ວັນ​ທີ 6/11 ​ແມ່ນ 30 ຄົນ,​​ໃນ​ນັ້ນ​ເຄິ່ງຫນຶ່ງ​ແມ່ນ​ສາມັນຊົນ.


ຂ່າວ/ບົດ​ອື່ນ