ສ​ະ​ພາບ​ການ​ຢູ່​​ພາກ​​ພື້ນຕາ​ເວັນ​ອອກ​ກາງ​ພວມ​ເຄັ່ງ​ຮ້ອນ​ຂຶ້ນ

(VOVWORLD) - ປັດຈຸບັນ ທ່ານ Guterres ເລຂາທິການໃຫຍ່ສະຫະປະຊາຊາດ ພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ໄດ້ຕິດຕໍ່ກັບບັນດາຝ່າຍໃນຫຼາຍລະດັບ.
ສ​ະ​ພາບ​ການ​ຢູ່​​ພາກ​​ພື້ນຕາ​ເວັນ​ອອກ​ກາງ​ພວມ​ເຄັ່ງ​ຮ້ອນ​ຂຶ້ນ - ảnh 1               ສິ້ນສ່ວນໜຶ່ງຂອງເຮືອບິນບໍ່ມີຄົນຂັບ ອາເມລິກາທີຶ່ຖືກອີຣານ ຍິງຕົກ (ພາບ: Vietnamnet)

       ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ພວມປີນຂັ້ນໄດ ພາຍຫຼັງລະບົບປ້ອງກັນອາກາດ ອີຣານ ຍິງ ເຮືອບິນບໍ່ມີຄົນຂັບຂອງ ອາເມລິກາຕົກ ໃນວັນທີ 20 ມິຖຸນາ ຍ້ອນລະເມີດເຂດນ່ານຟ້າຂອງ ອີຣານ. ໃນຂະນະນັ້ນ, ອີຣານ ໄດ້ຖະແຫຼງວ່າຈະປົກປ້ອງຜືນແຜ່ນດິນຕໍ່ທຸກບັ້ນບຸກໂຈມຕີນັ້ນ ອາເມລິກາ ກໍ່ກ່າວເຕືອນວ່າ, ປະເທດນີ້ເຄີຍຍົກເລີກບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍຢູ່ ອີຣານ. ມີ ຫຼາຍປະເທດໃນໂລກໄດ້ສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຕ້ອງລະງັບໃຈ. ໃນວັນທີ 22 ມິຖຸນາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໃຫ້ຮູ້ວ່າ ສານຂອງ ທ່ານເລຂາທິການໃຫຍ່ສະຫະປະຊາຊາດໄດ້ສົ່ງເຖິງຝ່າຍທີ່ກ່ຽວຂ້ອງແມ່ນຫຼີກລ້ຽງການກະທຳທີ່ອາດຈະເຮັດໃຫ້ ຄວາມເຄັ່ງຕຶງເພີ່ມຂຶ້ນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດຖືວ່າການເຈລະຈາ ລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງແມ່ນວິທີການດີທີ່ສຸດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຫຼີກລ້ຽງບໍ່ວ່າຄວາມປີນຂັ້ນໄດໃດ.  ປັດຈຸບັນ ທ່ານ Guterres ເລຂາທິການໃຫຍ່ສະຫະປະຊາຊາດ ພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ໄດ້ຕິດຕໍ່ກັບບັນດາຝ່າຍໃນຫຼາຍລະດັບ.

ຕອບກັບ

ຂ່າວ/ບົດ​ອື່ນ