ຄວາມເຄັ່ງຕືງຢູ່ເຂດ ກາຊາສືບຕໍ່ປີນຂັ້ນໄດ
ພາບ:Reuters
|
(vovworld) - ຄວາມເຄັ່ງຕືງຢູ່ເຂດ ກາຊາສືບຕໍ່ປີນຂັ້ນໄດໃນວັນທີ 24/10 ພາຍຫລັງບັນດາກຸ່ມປະກອບອາວຸດ Palextin ຍິງລູກຈະຫລວດກວ່າ 70 ຫນ່ວຍເຂົ້າພາກໃຕ້ Ixraen ແລະ ປະເທດນີ້ໂຕ້ຕອບດ້ວຍການບຸກໂຈມຕີທາງອາກາດເຂົ້າເຈດ ກາຊາ ຊຶ່ງເຮັດໃຫ້ມືປືນ 4 ຄົນເສຍຊີວິດ. ຕາມສຳນັກຂ່າວສານ AFP ແລ້ວ, ການປະທະກັນລະຫວ່າງສອງຝ່າຍເກີດຂຶ້ນແຕ່ຕອນຄຳ່ວັນທີ 23/10 ພາຍຫລັງກະສັດ Cata Hamad bin Khalifa al Thani ສິ້ນສຸດການຢ້ຽມຢາມເຂດ ກາຊາ. ຕອນເຊົ້າວັນດຽວກັນ, Ixraen ໄດ້ບຸກໂຈມຕີເຂົ້ານະຄອນ Rafah ເພື່ອ ໂຕ້ຕອບ ບັນດາບັ້ນບຸກໂຈມຕີດ້ວຍປືນໃຫຍ່ຈາກເຂດ ກາຊາ ຊຶ່ງເຮັດໃຫ້ 3 ຄົນເສຍຊີວິດ. ຕາມກອງທັບ Ixraen ແລ້ວ, ນັບແຕ່ຄຳ່ຄືນວັນທີ 23/10, ກາຊາໄດ້ຍິງລູກຈະຫລວດທັງໝົດ 72 ລູກໃສ່ເຂດດິນແດນປະເທດນີ້. ລັດຖະມົນຕີກະຊວງປ້ອງກັນປະເທດ Ixraen Ehud Barak ຖະແຫລງວ່າ, ກຳລັງປ້ອງກັນຂອງ Ixraen ຈະມີບັນດາການກະທຳທີ່ຈຳເປັນເພື່ອສະກັດກັ້ນບັ້ນບຸກໂຈມຕີດ້ວຍປືນໃຫຍ່ຈາກເຂດ ກາຊາ.