ສະ​ພາບກ​ານ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິທົ່ວໂລກ worldomerters.info, ໄລ່ຮອດ ເວລາ 7 ໂມງ 30 ນາທີ ຕອນເຊົ້າວັນທີ 11 ພຶດສະພາ (ຕາມເວລາ ຫວຽດນາມ), ຢູ່ 212 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກໄດ້ຢັ້ງຢືນວ່າຍອດຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 4.178.158 ຄົນ ແລະ ມີຜູ້ເສຍຊີວິດ 283.734 ຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັກການປິ່ນປົວຫາຍດີແມ່ນ 1.490.456 ຄົນ.
ສະ​ພາບກ​ານ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ - ảnh 1ພາບ: TTXVN 

ອາເມລິກາ ຍັງແມ່ນໃຈກາງຂອງໂລກລະບາດ ດ້ວຍຍອດຈຳນວນຜູ້ຕິດເຊື້ອ Covid – 19 ແມ່ນ 1.367.638 ຄົນ ແລະ ມີຜູ້ເສຍຊີວິດ 80.787 ຄົນ. ຖັດຈາກນັ້ນແມ່ນ ແອັດສະປາຍດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 264.663 ຄົນ ແລະ ມີຜູ້ເສຍຊີວິດ 26.621 ຄົນ. ອັງກິດລື່ນກາຍອີຕາລີ, ນອນຢູ່ໃນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອ 219.183 ຄົນ, ໃນນັ້ນມີຜູ້ເສຍຊີວິດ 31.850 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ