(VOVWORLD) -ນັບແຕ່ເວລາ 18 ໂມງຂອງວັນທີ 20 ເມສາ ຫາ 6 ໂມງຂອງວັນທີ 21 ເມສາ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອ ໂຄວິດ - 19
ຫວຽດນາມພວມຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19 |
ເປັນອັນວ່າໃນປັດຈຸບັນ ຫວຽດນາມ ຍັງຄົງມີຜູ້ຕິດເຊື້ອ ໂຄວິດ - 19 2.801 ຄົນ ໃນນັ້ນມີ 1.570 ກໍລະນີ ຕິດແປດຢູ່ພາຍໃນປະເທດ, 2. 490 ຄົນໄດ້ຮັບການປິ່ນປົວຫາຍດີ, 35 ຄົນເສຍຊີວິດ. ໃນວັນທີ 20 ເມສາ ຫວຽດນາມ ມີຕື່ມອີກ 14.386 ຄົນໄດ້ຮັບການສັກຢາວັກຊີນກັນພະຍາດ ໂຄວິດ - 19 ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການສັກວັກຊີນຂຶ້ນເຖິງເກືອບ 107.000 ຄົນ.
ສ່ວນສະພາບການໂລກລະບາດ ໂຄວິດ-19 ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ເມສາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 143,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3.056.853 ຄົນ. ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຕື່ມອີກຫຼາຍກ່ວາ 821.000 ຄົນ, ໃນນັ້ນຫຼາຍກ່ວາໝູ່ແມ່ນອາເມລິກາ, ອິນເດຍ, ບຣາຊິນ, ຕວກກີ, ຝະລັ່ງ…